\c 27 \v 1 ອີກຄັ້ງຫນຶ່ງທີ່ພຣະ­ຄຳ​ຂອງ​ພຣະຢາເວມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ, \v 2 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ເປັ່ງ­ສຽງ​ບົດເພງຄ່ຳ​ຄວນດ້ວຍ​ເລື່ອງ​ເມືອງ​ຕີ­ເຣ, \v 3 ແລະ​ ຈົ່ງ​ກ່າວ​ແກ່​ເມືອງ​ຕີ­ເຣ, ຜູ້ຊຶ່ງອາໄສຢູ່ປະຕູແຄມທະເລ, ເປັນພໍ່ຄ້າທັງຫລາຍຕາມເກາະຕ່າງໆ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ: ເມືອງ​ຕີ­ເຣ​ເອີຍ, ເຈົ້າ​ໄດ້​ກ່າວ​ວ່າ, ‘ຂ້ອຍ​ມີ​ຄວາມ​ງົດ­ງາມສົມບູນແບບ.’