\v 7 ແຕ່ເຈົ້າຈົ່ງກ່າວພຣະຄຳຂອງເຮົາ, ເຖິງວ່າພວກເຂົາຈະຟັງ ຫລື ບໍ່ຟັງ, ເພາະພວກເຂົາເປັນເຊື້ອຊາດທີ່ມັກກະບົດ.​ \v 8 ສ່ວນເຈົ້າ, ບຸດແຫ່ງມະ­ນຸດ​ເອີຍ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກ່າວກັບເຈົ້າ. ຢ່າເປັນຄົນ​ກະ­ບົດ​ເຫມືອນ​ກັບ​ເຊື້ອສາຍກະບົດນັ້ນ. ຈົ່ງ​ອ້າ​ປາກ​ຂອງເຈົ້າ ແລະ ​ກິນ​ສິ່ງ​ທີ່​ເຮົາ​ເອົາໃຫ້ພວກ​ເຈົ້າ​!”