\v 38 ເພາະເຮົາ​ຈະ​ພິ­ພາກ­ສາລົງໂທດ​ເຈົ້າໃນຖານະຜູ້ຍິງທີ່ລ່ວງ­ປະ­ເວ­ນີ​ ແລະເຮັດໃຫ້ຫລັ່ງເລືອດ, ​ ແລະເຮົາ​ຈະ​ນຳ​ເລືອດ​ແຫ່ງ​ຄວາມ​ຄຽດ​ຮ້າຍ ແລະ​ຄວາມ​ອິດ­ສາຂອງເຮົາມາ​ເຫນືອ​ເຈົ້າ. \v 39 ເຮົາຈະ​ມອບ​ເຈົ້າ​ໄວ້​ໃນ​ມື​​ຂອງພວກເຂົາ. ດັ່ງນັ້ນພວກເຂົາ​ຈະ​ທຳ­ລາຍ​ຫ້ອງ​ຫລັງ­ຄາ​ໂຄ້ງ​ຂອງ​ເຈົ້າ​ລົງ ແລະ​ຈະ​ທຳ­ລາຍ​ສະ­ຖານ­ທີ່​ສູງ​ຂອງ​ເຈົ້າ ແລະພວກ­ເຂົາ​ຈະຈີກ​​ເສື້ອ­ຜ້າ​ຂອງ​ເຈົ້າ​ອອກແລະ​ຈະ​ເອົາ​ເຄື່ອງ​ປະ­ດັບ​ອັນ​ງາມ​ຂອງ​ເຈົ້າ​ໄປ​ເສຍ .ພວກເຂົາຈະປະຖີ້ມ​ເຈົ້າ​ເປືອຍ​ກາຍ ແລະ​ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ.