\c 47 \v 1 \v 2 ຫລັງ​ຈາກ​ນັ້ນ ເພິ່ນ​ກໍ​ນຳ​ຂ້າ­ພະ­ເຈົ້າ​ກັບ​ມາ​ທີ່​ປະ­ຕູ​ພຣະ­ວິ­ຫານ ແລະ​ເບິ່ງ​ແມ ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ກ້ອງ​ທາງ​ເຂົ້າ​ປະ­ຕູ​ພຣະ­ວິ­ຫານ​ຊື່​ໄປ​ທາງ​ທິດ­ຕາ­ເວັນ­ອອກ ເພາະ​ພຣະ­ວິ­ຫານ​ຫັນ​ໜ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ ແລະ​ນ້ຳ​ໄຫລ​ລົງ­ມາ​ຈາກ​ຂ້າງ​ລຸ່ມ ທາງ​ເບື້ອງ​ຂວາ​ຂອງ​ພຣະ­ວິ­ຫານ ທິດ­ໃຕ້​ຂອງ​ແທ່ນ​ບູ­ຊາ 2 ແລ້ວ​ເພິ່ນ​ຈຶ່ງ​ນຳ​ຂ້າ­ພະ­ເຈົ້າ​ອອກ​ມາ​ທາງ​ປະ­ຕູ​ເໜືອ ແລະ​ນຳ​ຂ້າ­ພະ­ເຈົ້າ​ອ້ອມ­ໄປ​ພາຍ­ນອກ​ເຖິງ​ປະ­ຕູ​ຊັ້ນ​ນອກ ຊຶ່ງ​ຫັນ​ໜ້າ​ໄປ​ທາງ​ຕາ­ເວັນ​ອອກ ແລະ​ເບິ່ງ​ແມ ນ້ຳ​ນັ້ນ​ອອກ​ມາ​ທາງ​ເບື້ອງ​ຂວາ