\v 4 ເຈົ້າບໍ່­ໄດ້ເສີມກຳລັງຕົວທີ່ເປັນໂລກ ຫລືຮັກສາຕົວທີ່ເຈັບປ່ວຍ, ເຈົ້າບໍ່­ໄດ້​ພັນ​ບາດ­ແຜໂຕທີ່ກະດູກຫັກ ແລະເຈົ້າບໍ່ໄດ້ນຳໂຕ​ທີ່​ຫລົງ​ຝູງ​ກັບ​ຄືນ​ມາ ຫລື​ບໍ່­ໄດ້​ຊອກ­ຫາ​ໂຕ​ທີ່​ສູນ­ເສຍ​ໄປ, ແຕ່​ເຈົ້າກັບຄວບຄຸມແກະທັງຫມົດດ້ວຍການໃຊ້ກຳລັງ ແລະຄວາມ​ທາ­ລຸນ. \v 5 ແລ້ວ​ພວກ​ມັນຈຶ່ງກະ­ຈັດ­ກະ­ຈາຍ​ໄປຫມົດ ເພາະ​ບໍ່­ມີ​ຜູ້​ລ້ຽງ ແລະພວກມັນກໍກາຍເປັນອາຫານຂອງສັດທີ່ມີຊີວິດໃນທົ່ງ ຫລັງຈາກທີ່ພວກມັນໄດ້ກະຈັດກະຈາຍໄປ. \v 6 ດັ່ງ­ນັ້ນ ຝຸ່ງແກະ​ຂອງ​ເຮົາ​ຈຶ່ງ​ຊັດ­ເຊ​ພະ­ເນ­ຈອນ​ໄປ​ຕາມ​ພູ ແລະຕາມ​ເນີນ​ເຂົາສູງທຸກຫນ່ວຍ, ແລະ​ມັນ​ໄດ້​​ກະ­ຈັດ­ກະ­ຈາຍ​ໄປ​ທົ່ວ­ພື້ນແຜ່ນດິນ. ໂດຍ​ບໍ່­ມີ​ໃຜ​ຊອກ​ຄົ້ນ­ຫາ​ມັນ​ເລີຍ