\c 39 \v 1 ບັດນີ້, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ປະ­ກາດ​ພຣະ­ຄຳຕໍ່ສູ້​ໂຄກ ແລະ​ກ່າວ​ວ່າ, 'ນີ້ເປັນຄຳະກາດຂອງພຣະຢາເວອົງພຮະຜູ້ເປັນເຈົ້າ:ເບິ່ງ​ແມ! ເຮົາ​ເປັນ​ສັດ­ຕູ​ກັບ​ເຈົ້າ, ໂອ້ ໂຄກ​ເອີຍ, ຜູ້​ເປັນຜູ້ນຳ​ທີ່​ສຳ­ຄັນ​ແຫ່ງ​ເມ­ເຊັກ ແລະ​ຕູ­ບານ. \v 2 ເຮົາ​ຈະ­ຫັນເຈົ້າ​ກັບ ແລະນຳ​ເຈົ້າຂື້ນມາ​ຈາກ​ທາງ​ເຫນືອ​ທີ່­ສຸດ, ແລ້ວໃຫ້ເຈົ້າໄປຕໍ່ສູ້ກັບ ພູ­ເຂົາ​ທັງ­ຫລາຍ​ແຫ່ງ​ອິດສະຣາເອນ. \v 3 ແລ້ວ​ເຮົາ​ຈະ​ຕີ​ຄັນ​ທະ­ນູ​ໃຫ້​ຫລຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ​ເຮັດ­ໃຫ້​ລູກ​ທະ­ນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ.