\v 16 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ວ່າ, ‘ພຣະ­ຢາເວ ອົງ​ພຣະຜູ້ເປັນ­ເຈົ້າ​ ຊົງກ່າວ​ດັ່ງ­ນີ້​ວ່າ: ເຖິງວ່າ ​ເຮົາໄດ້ເອົາພວກເຂົາອອກໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດ​ທັງ­ຫລາຍ, ແລະ ເຖິງວ່າ ເຮົາ​ໄດ້​ເຮັດໃຫ້ພວກເຂົາກະຈັດກະ­ຈາຍ​ໄປ​ຢູ່​ທ່າມ­ກາງແຜ່ນດິນຕ່າງໆ, ແຕ່ຢ່າງໃດກໍຕາມ ເຮົາ​ກໍ​​ເປັນບ່ອນສັກສິດ​​ສຳ­ລັບ​ພວກ­ເຂົາຊົ່ວຄາວ​ໃນແຜ່ນດິນ​ທີ່​ພວກ­ເຂົາ​ໄດ້​ໄປ​ຢູ່ນັ້ນ.’ \v 17 ສະ­ນັ້ນ ຈົ່ງ​ກ່າວ​ວ່າ, ‘ພຣະຢາເວ ອົງພຣະ­ຜູ້ເປັນ­ເຈົ້າ ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ເຕົ້າໂຮມພວກ​ເຈົ້າ​ຈາກປະຊາຊົນເຫລົ່ານັ້ນ, ແລະ ເຮົາຈະປຸ້ມລຸມພວກເຈົ້າຈາກດິນແດນທີ່ພວກເຈົ້າໄດ້ກະຈັດກະຈາຍໄປ, ແລະ ເຮົາຈະມອບດິນແດນແຫ່ງອິດສະຣາເອນໃຫ້ແກ່ເຈົ້າ.​‘ \v 18 ແລ້ວ ພວກເຂົາຈະໄປຍັງທີ່ນັ້ນ ແລະ ກຳຈັດທຸກສິ່ງ​ທີ່​ຫນ້າ​ລັງກຽດ­ ແລະ ທຸກສິ່ງທີ່ຫນ້າລັງກຽດຈາກສະຖານທີ່ແຫ່ງນັ້ນ.