\v 6 ແຕ່​ເຮົາ​ໄດ້ຜ່ານມາໃກ້​ເຈົ້າ ແລະເຮົາ​ໄດ້​ເຫັນ​ເຈົ້າ​ນອນ​ດີ້ນ​ຢູ່­ໃນ​ກອງ​ເລືອດ​ຂອງ​ເຈົ້າ; ດັ່ງນັ້ນ ເຮົາ​ກໍ​ໄດ້ເວົ້າ­ກັບ​ເຈົ້າ​ໃນ​ກອງ​ເລືອດ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ມີ­ຊີ­ວິດ​ຢູ່!’ ເຮົາ​ໄດ້​ເວົ້າ­ກັບ​ເຈົ້າ​ໃນ​ກອງ​ເລືອດ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ມີ­ຊີ­ວິດ​ຢູ່!’ \v 7 ເຮົາ​ໄດ້​ເຮັດ­ໃຫ້​ເຈົ້າເຕີບໂຕ​ເຫມືອນ​ຢ່າງ​ພືດ​ໃນ​ທົ່ງ­ນາ. ເຈົ້າ​ກໍ​ເຕີບ​ໃຫຍ່ ແລະ​ສູງ​ຂຶ້ນ, ແລະເຈົ້າ​ເປັນ​ເຫນືອນອັນຢາມະນິແຫ່ງອັນຢາມະນິທັງຫລາຍ. ຫນ້າ​ເອິກ​ຂອງ​ເຈົ້າ​ກໍ​ມີ​ຮູບ­ຊົງ​ງາມ​ດີ ແລະ​ຜົມ­ຂອງ​ເຈົ້າ​ກໍ​ປົ່ງ​ງາມ, ແຕ່​ເຈົ້າ​ເຄີຍ​ເປືອຍ​ກາຍ ແລະ​ບໍ່­ມີ​ຜ້າ­ຫົ່ມ.