\v 13 ​ນີ້​ເປັນ​ຂະ­ຫນາດ​ຂອງ​ແທ່ນ​ບູ­ຊາ​ ວັດ­ແທກ​ເປັນ​ສອກ ສອກ​ຫນຶ່ງເທົ່າກັບຄວາມ​ຍາວ​ຫນຶ່ງ​ສອກ​ກັບຫນຶ່ງ​ຝາມື. ດັ່ງນັ້ນຮ່ອງຂອງຮອບແທ່ນບູຊານັ້ນເລິກຫນຶ່ງສອກ ແລະ​ກວ້າງ​ຫນຶ່ງ​ສອກ. ບ່ອນ​ຂອບຮອບໆ​ມີຂອບ​ຫນຶ່ງຄືບ ນີ້ຈະເປັນຖານຂອງແທ່ນບູຊານີ້ \v 14 ຈາກ​ຮ່ອງທີ່ພື້ນ­ມາເຖິງຂອບລຸ່ມຂອງແທ່ນບູຊານັ້ນສູງສອງສອກ ແລະຂອບຂອງມັນນັ້ນກວ້າງຫນຶ່ງສອກ ແລະຈາກຂອບທີ່ເລິກກວ່າເຖິງຂອບທີ່ໃຫ່ຍກວ່າ​ສີ່​ສອກ ກວ້າງ​ຫນຶ່ງ​ສອກ.