\v 14 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາຈະເຮັດໃຫ້ເຈົ້າຮ້າງເປົ່າ ຂະນະທິ່ເຈົ້າ​ຊື່ນ­ບານ. \v 15 ເຊັ່ນດຽວກັບເຈົ້າມ່ວນຊື່ນ ເມື່ອມໍລະ­ດົກ​ແຫ່ງ​ເຊື້ອ­ສາຍ​ອິດສະຣາເອນ​ນັ້ນ ຕ້ອງ​ຖືກ​ໃຫ້​ຮ້າງ​ເປົ່າ​ໄປ, ເຮົາກໍຈະເຊັ່ນນັ້ນກັບເຈົ້າ. ໂອ ພູ­ເຂົາ​ເສ­ອີ​ເອີຍ ລວມ​ທັງ​ເອ­ໂດມ​-ທັງ​ຫມົດ​ເລີຍ! ຄືທັງຫມົດຂອງມັນ ຈະ​​ເປັນ​ທີ່​ຮ້າງ​ເປົ່າ, ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະຢາເວ.'"