\v 3 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: ດັ່ງນັນ ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາ​ປົກ​ຄຸມເຈົ້າ​ໂດຍ​ການລວມກອງ­ທັບ​ຊົນ­ຊາດ​ທັງ­ຫລາຍ ແລະ​ພວກ­ເຂົາ​ເຫລົ່າ­ນັ້ນ​ຈະ​ລາກເຈົ້າ​ຂຶ້ນ​ມາ​ດ້ວຍ​ແຫ​ຂອງ​ເຮົາ. \v 4 ເຮົາ​ຈະ​ໂຍນ​ເຈົ້າລົງ​ເທິງແຜ່ນ​ດິນ. ແລະເຮົາ​ຈະ​ຊຸກ​ທ່ານ​ລົງ​ເທິງ​ພື້ນ­ທົ່ງ ແລະ​ຈະ​ເຮັດ­ໃຫ້​ນົກ​ທັງ​ຫມົດ​ໃນທ້ອງຟ້າ​ມາ​ອາໃສ​ຢູ່​ເທິງ​ເຈົ້າ ແລະ ສັດທີ່ມີຊິວິດທັງຫລາຍທົ່ວທັງແຜ່ານດິນຈະ​ອີ່ມຫນໍາດ້ວຍຕົວເຈົ້າ.