\v 5 ພວກເຈົ້າ​ບໍ່­ໄດ້ປີນ​ຂຶ້ນ​ໄປ​ສ້ອມແປງ​ປ່ອງກຳແພງ​ທີ່​ແຕກຂອງ​ເຊື້ອ­ສາຍ​ອິສຣາເອນ, ເພື່ອ​ໃຫ້​ຕັ້ງ​ຢູ່​ໄດ້​ໃນ​ສົງ­ຄາມ​ໃນ​ວັນ​ແຫ່ງ​ພຣະຢາເວ. \v 6 ພວກ­ເຂົາ​ເຫັນ​ນິ­ມິດ​ບໍ່​ຈິງ ແລະ​ທຳ​ນວາຍ​ຂີ້­ຕົວະ ພວກ­ເຂົາ​ກ່າວ​ວ່າ ‘ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ວ່າ’ ໃນ​ຂະ­ນະ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ບໍ່­ໄດ້​ໃຊ້​ເຂົາ​ໄປ ພວກ­ເຂົາ​ເຮັດ­ໃຫ້​ຄົນ​ອື່ນ​ຫວັງ­ວ່າ​ຈະ​ສຳ­ເລັດ​ຕາມ​ຖ້ອຍ­ຄຳ​ຂອງ­ຕົນ \v 7 ພວກເຈົ້າ​ເຄີຍ​ເຫັນ​ນິ­ມິດ​ບໍ່​ຈິງ ແລະ​ເຄີຍ​ທຳ​ນວຍ​ຂີ້­ຕົວະ​, ເມື່ອພວກ​ເຈົ້າ​ກ່າວ​ວ່າ, ‘ພຣະ­ຢາເວປະກາດ​ກ່າວ​ດັ່ວນີ້ວ່າ, ’ ທັງ​ທີ່​ເຮົາ​ບໍ່­ໄດ້​ເວົ້າ​ຫຍັງ​ເລີຍ?”