\v 22 ເພາະສະນັ້ນ ຈົ່ງ​ກ່າວຕໍ່​ປະຊາຊົນ​ອິດສະຣາເອນ​ວ່າ, 'ພຣະຢາເວ ອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້ວ່າ:​ ເຮົາຈະບໍ່ເຮັດສິ່ງເຫລົ່ານີ້ເພາະເຫັນແກ່ກພວກເຈົ້າ, ເຊື້ອສາຍຂອງອິດສະຣາເອນເອີຍ, ແຕ່ເພາະເຫັນ­ແກ່ພຣະ​ນາມ​ອັນ​ບໍ­ຣິສຸດ​ຂອງ​ເຮົາ, ຊຶ່ງພວກເຈົ້າໄດ້ເຮັດໃຫ້ເຊື່ອມເສຍກຽດທ່າມກາງປະຊາຊາດໃນທຸກບ່ອນທີ່ພວກເຈົ້າເຈົ້າໄປນັ້ນ. \v 23 ເພາະເຮົາຈະເຮັດໃຫ້ພຣະນາມຂອງເຮົາຍິ່ງໃຫຍ່ ຊຶ່ງເຈົ້າໄດ້ເຮັດໃຫ້ຖືກ​ຫມິ່ນ­ປະ­ຫມາດ​ໃນ​ທ່າມ­ກາງປະຊາຊາດທັງປວງ — ໃນທ່າມກາງປະຊາຊາດທັງຫລາຍ, ທີ່ເຈົ້າຫມິ່ນປະມາດນັ້ນ. ແລ້ວປະຊາຊາດທັງຫລາຍຈະຮູ້ວ່າ ເຮົາ​ແມ່ນ​ພຣະ­ຢາເວ — ນີ້ເປັນຄຳປະກາດຂອງພຣະຢາເວປອົງພຣະຜູ້ເປັນເຈົ້າ — ເມື່ອພວກເຈົ້າໄດ້ເຫັນວ່າ ເຮົາບໍຣິສຸດ.