Tue Oct 15 2019 18:40:03 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-15 18:40:04 +07:00
parent a7d48a0030
commit cfee05db5b
10 changed files with 17 additions and 0 deletions

2
23/26.txt Normal file
View File

@ -0,0 +1,2 @@
\v 26 \v 27 ພວກ­ເຂົາ​ຈະ​ຖອດ​ເອົາ​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ນຳ​ເອົາ​ເຄື່ອງ​ຮູບ​ປະ­ພັນ​ງາມໆ​ຂອງ​ເຈົ້າ​ໄປ​ເສຍ
27 ເຮົາ​ຈະ­ໃຫ້​ລາ­ຄະ​ຕັນ­ຫາ ແລະ​ການ​ຫລິ້ນ­ຊູ້​ຊຶ່ງ​ເຈົ້າ​ນຳ​ມາ​ຈາກ​ແຜ່ນ­ດິນ​ເອ­ຢິບ​ສູນ​ສິ້ນ​ລົງ ເພື່ອ​ເຈົ້າ​ຈະ​ບໍ່­ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຄົນ​ເອ­ຢິບ ແລະ​ລະ­ນຶກ​ເຖິງ​ພວກ­ເຂົາ​ອີກ​ຕໍ່­ໄປ

2
23/28.txt Normal file
View File

@ -0,0 +1,2 @@
\v 28 \v 29 ເພາະ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເບິ່ງ​ແມ ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຜູ້​ທີ່​ເຈົ້າ​ກຽດ­ຊັງ ໃນ​ມື​ຂອງ​ຄົນ​ເຫລົ່າ­ນັ້ນ​ທີ່​ຈິດ­ໃຈ​ເຈົ້າ​ເບື່ອ​ໜ່າຍ
29 ພວກ­ເຂົາ​ທັງ­ຫລາຍ​ຈະ​ເຮັດ​ກັບ​ເຈົ້າ​ດ້ວຍ​ຄວາມ​ກຽດ­ຊັງ ແລະ​ຈະ​ປຸ້ນ​ເອົາ​ບັນ­ດາ​ຜົນ​ແຫ່ງ​ການ​ງານ​ຂອງ​ເຈົ້າ​ໄປ ແລະ​ຈະ​ຖິ້ມ​ເຈົ້າ​ໄວ້​ໃຫ້​ເປືອຍ​ກາຍ ບໍ່­ມີ​ເຄື່ອງ­ນຸ່ງ​ຈະ​ຕ້ອງ​ເປີດ­ເຜີຍ​ຄວາມ​ເປືອຍ​ກາຍ ລາ­ຄະ​ຕັນ­ຫາ​ແລະ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ

2
23/30.txt Normal file
View File

@ -0,0 +1,2 @@
\v 30 \v 31 ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ເຈົ້າ ເພາະ​ເຈົ້າ​ຫລິ້ນ­ຊູ້​ກັບ​ປະ­ຊາ­ຊາດ​ທັງ­ຫລາຍ ແລະ​ການ​ກະ­ທຳ​ຂອງ​ເຈົ້າ​ໃຫ້​ສະ­ທ້ານ​ໄປ​ດ້ວຍ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ
31 ເຈົ້າ​ດຳ­ເນີນ​ຕາມ​ທາງ​ແຫ່ງ​ເອື້ອຍ​ຂອງ​ເຈົ້າ ເພາະ­ສະ­ນັ້ນ​ເຮົາ​ຈະ​ມອບ​ຖ້ວຍ​ຂອງ​ນາງ​ໃສ່​ມື​ເຈົ້າ

1
23/32.txt Normal file
View File

@ -0,0 +1 @@
\v 32 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເຈົ້າ​ຈະ​ຕ້ອງ​ດື່ມ​ຈາກ​ຖ້ວຍ​ຂອງ​ເອື້ອຍ​ເຈົ້າ ຊຶ່ງ​ເລິກ ແລະ​ໃຫຍ່ ເຈົ້າ​ຈະ​ເປັນ​ທີ່​ຫົວ­ຂວັນ​ເຍາະ­ເຍີ້ຍ ແລະ​ຖືກ​ໝິ່ນ­ປະ­ໝາດ​ເພາະ​ຖ້ວຍ​ນັ້ນ​ເຕັມ​ຫລາຍ

2
23/33.txt Normal file
View File

@ -0,0 +1,2 @@
\v 33 \v 34 ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ມຶນ­ເມົາ ແລະ​ຄວາມ­ໂສກ­ເສົ້າ ຖ້ວຍ​ຂອງ​ຊາ­ມາ­ເຣຍ​ເອື້ອຍ​ຂອງ​ເຈົ້າ​ນັ້ນ ເປັນ​ຖ້ວຍ​ແຫ່ງ​ຄວາມ​ໜ້າ​ສະ​ຢ້ານ​ກົວ
34 ເຈົ້າ​ຈະ​ດື່ມ ແລະ​ດື່ມ​ຈົນ​ໝົດ ເຈົ້າ​ຈະ​ກັດ​ເສດ​ຖ້ວຍ ແລະ​ຈີກ​ເອິກ​ຂອງ​ເຈົ້າ​ເສຍ ເພາະ​ເຮົາ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

1
23/35.txt Normal file
View File

@ -0,0 +1 @@
\v 35 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເພາະ​ເຈົ້າ​ລືມ​ເຮົາ ແລະ​ໂຍນ​ເຮົາ​ໄປ​ໄວ້​ເບື້ອງ​ຫລັງ​ເຈົ້າ ເພາະ­ສະ­ນັ້ນ ເຈົ້າ​ຈົ່ງ​ຮັບ­ໂທດ​ຕາມ​ລາ­ຄະ​ຕັນ­ຫາ ແລະ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ສາ”

2
23/36.txt Normal file
View File

@ -0,0 +1,2 @@
\v 36 \v 37 ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ອີ​ກວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ຈະ​ພິ­ພາກ­ສາ​ໂອ­ໂຮ­ລາ ແລະ​ໂອ­ໂຮ­ລີ­ບາ​ບໍ ແລ້ວ​ຈົ່ງ​ປະ­ກາດ​ການ​ກະ­ທຳ​ທີ່​ໜ້າ​ກຽດ­ຊັງ​ຂອງ​ນາງ​ໃຫ້​ນາງ​ຮູ້
37 ເພາະ­ວ່າ​ນາງ​ໄດ້​ລ່ວງ­ປະ­ເວ­ນີ ແລະ​ເລືອດ​ຢູ່­ໃນ​ມື​ຂອງ​ນາງ ນາງ​ເຮັດ­ການ​ລ່ວງ­ປະ­ເວ­ນີ​ກັບ​ຮູບ​ເຄົາ­ລົບ​ຂອງ​ນາງ ແລະ​ນາງ​ຍັງ​ຖວາຍ​ລູກ­ຊາຍ​ຊຶ່ງ​ນາງ ບັງ­ເກີດ​ໃຫ້​ແກ່​ເຮົາ​ນັ້ນ ໃຫ້​ລຸຍ​ໄຟ​ເພື່ອ​ເຜົາ​ຜານ​ພວກ­ເຂົາ​ເສຍ

2
23/38.txt Normal file
View File

@ -0,0 +1,2 @@
\v 38 \v 39 8 ຫລາຍ­ກວ່າ​ນັ້ນ​ອີກ ນາງ​ໄດ້​ເຮັດ​ເຊັ່ນ​ນີ້​ແກ່​ເຮົາ ຄື​ນາງ​ໄດ້​ເຮັດ­ໃຫ້​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ມົນ­ທິນ​ໃນ​ມື້​ດຽວ​ກັນ ແລະ​ເຮັດ­ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ
39 ຄື​ຂະ­ນະ​ທີ່​ນາງ​ຂ້າ​ລູກ​ຂອງ​ນາງ​ເປັນ​ເຄື່ອງ­ບູ­ຊາ​ຮູບ​ເຄົາ­ລົບ ໃນ​ມື້​ນັ້ນ​ນາງ​ກໍ​ເຂົ້າ​ມາ​ໃນ​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ ແລະ​ເຮັດ­ໃຫ້​ສະ­ຖານ­ທີ່​ນັ້ນ​ເປັນ​ມົນ­ທິນ ເບິ່ງ​ແມ ນາງ​ເຮັດ​ສິ່ງ​ເຫລົ່າ​ນີ້​ໃນ​ວິ­ຫານ​ຂອງ​ເຮົາ

2
23/40.txt Normal file
View File

@ -0,0 +1,2 @@
\v 40 \v 41 40 ຫລາຍ­ກວ່າ​ນັ້ນ​ອີກ ນາງ​ຍັງ​ໄດ້​ໄປ​ຫາ​ຜູ້­ຊາຍ​ມາ​ຈາກ​ເມືອງ​ໄກ ຄື​ນາງ​ໃຊ້​ຜູ້​ສົ່ງ​ຂ່າວ​ໄປ​ຫາ ແລະ​ເບິ່ງ​ແມ ພວກ­ເຂົາ​ກໍ​ມາ ນາງ​ກໍ​ຊຳ­ລະ​ຕົວ​ຂອງ​ນາງ ນາງ​ທາ​ຕາ​ຂອງ​ນາງ ແລະ​ແຕ່ງ​ກາຍ​ຂອງ​ນາງ​ດ້ວຍ​ເຄື່ອງ​ປະ­ດັບ ເພື່ອ​ຄົນ​ເຫລົ່າ­ນັ້ນ
41 ນາງ​ນັ່ງ​ຢູ່​ເທິງ​ຕັ່ງ​ອັນ­ຍິ່ງ­ໃຫຍ່ ມີ​ໂຕະ​ວາງ​ຢູ່​ຕໍ່­ໜ້າ ຊຶ່ງ​ເປັນ​ໂຕະ​ທີ່​ເຈົ້າ​ໄດ້​ວາງ​ເຄື່ອງ​ຫອມ ແລະ​ນ້ຳ­ມັນ​ຂອງ​ເຮົາ

1
23/42.txt Normal file
View File

@ -0,0 +1 @@
\v 42 ສຽງ​ຂອງ​ປະ­ຊາ­ຊົນ​ທີ່​ປ່ອຍ​ຕົວ​ກໍ​ຢູ່​ກັບ​ນາງ​ພ້ອມ­ກັບ​ຄົນ​ສາ­ມັນ ພວກ­ເຂົາ​ນຳ​ຄົນ​ເສ­ບາ​ມາ​ຈາກ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ດ້ວຍ ແລະ​ເອົາ​ແຫວນ​ສຸບ​ທີ່​ມື​ຂອງ​ຜູ້­ຍິງ ແລະ​ສຸບ​ມົງ­ກຸດ​ງາມໆ​ເທິງ​ຫົວ​ຂອງ​ນາງ​ທັງ​ສອງ