Sat Oct 12 2019 14:25:48 GMT+0700 (SE Asia Standard Time)
This commit is contained in:
parent
5bdd4302f6
commit
c6f21149a5
|
@ -0,0 +1,2 @@
|
|||
\c 9 \v 1 \v 2 ແລ້ວພຣະອົງໄດ້ເປັ່ງພຣະສຸລະສຽງດັງເຂົ້າຫູຂ້າພະເຈົ້າວ່າ “ເຈົ້າທັງຫລາຍຜູ້ເປັນພະນັກງານລົງໂທດປະຈຳເມືອງ ຈົ່ງເຂົ້າມາໃກ້ ໃຫ້ຕ່າງຄົນຖືອາວຸດແຫ່ງການທຳລາຍມາດ້ວຍ”
|
||||
2 ເບິ່ງແມ ມີຊາຍຫົກຄົນເຂົ້າມາຈາກທາງປະຕູເທິງ ຊຶ່ງຫັນໜ້າໄປທາງເຫນືອ ທຸກຄົນຖືອາວຸດສຳລັບຂ້າມາ ມີຊາຍຄົນໜຶ່ງນຸ່ງຫົ່ມຜ້າປ່ານ ຖືກ່ອງນ້ຳມຶກ ເຄື່ອງຂຽນມາກັບຄົນເຫລົ່ານັ້ນດ້ວຍ ແລະພວກເຂົາທັງຫລາຍເຂົ້າໄປຢືນຢູ່ຂ້າງແທ່ນທອງເຫລືອງ
|
|
@ -0,0 +1,2 @@
|
|||
\v 3 \v 4 ສະຫງ່າລາສີຂອງພຣະເຈົ້າແຫ່ງອິສຣາເອນໄດ້ເຫາະຂຶ້ນໄປຈາກເຄຣຸບ ຊຶ່ງເປັນທີ່ເຄີຍສະຖິດໄປຍັງປະຕູພຣະວິຫານ ແລະພຣະອົງກ່າວຕໍ່ຊາຍຜູ້ທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຖືກ່ອງນ້ຳມຶກເຄື່ອງຂຽນ
|
||||
4 ແລະພຣະຜູ້ເປັນເຈົ້າກ່າວສັ່ງລາວວ່າ “ຈົ່ງໄປຕະຫລອດເມືອງຄືທົ່ວເຢຣູຊາເລັມ ແລະເຮັດເຄື່ອງໝາຍໄວ້ທີ່ໜ້າຜາກຂອງປະຊາຊົນທີ່ຖອນຫາຍໃຈ ແລະຮ້ອງຄາງ ຍ້ອນຄວາມໜ້າກຽດຊັງທັງໝົດທີ່ເຮັດກັນໃນເມືອງ
|
|
@ -0,0 +1,2 @@
|
|||
\v 5 \v 6 ພຣະອົງກ່າວກັບຄົນອື່ນໆຊຶ່ງຂ້າພະເຈົ້າໄດ້ຍິນວ່າ “ຈົ່ງຜ່ານໄປທົ່ວເມືອງ ຕາມຊາຍຄົນນັ້ນໄປ ແລະຂ້າຟັນເສຍ ໃນຕາຂອງເຈົ້າຢ່າໄດ້ປານີ ແລະເຈົ້າຢ່າສົງສານເລີຍ
|
||||
6 ຈົ່ງຂ້າໃຫ້ຕາຍທັງຄົນເຖົ້າ ຄົນໜຸ່ມສາວ ທັງເດັກນ້ອຍໆ ແລະຜູ້ຍິງ ແຕ່ຢ່າເຂົ້າໃກ້ຜູ້ທີ່ມີເຄື່ອງໝາຍ ແລະຈົ່ງເລີ່ມຕົ້ນທີ່ສະຖານທີ່ບໍລິສຸດຂອງເຮົາ” ດັ່ງນັ້ນ ເຂົາຈຶ່ງຕັ້ງຕົ້ນກັບພວກຄົນເຖົ້າຜູ້ຊຶ່ງຢູ່ຕໍ່ໜ້າພຣະວິຫານນັ້ນ
|
|
@ -0,0 +1,2 @@
|
|||
\v 7 \v 8 ແລ້ວພຣະອົງກ່າວກັບພວກເຂົາວ່າ “ຈົ່ງເຮັດໃຫ້ພຣະວິຫານເປັນມົນທິນ ຈົ່ງຖິ້ມຜູ້ທີ່ຖືກຂ້າໃຫ້ເຕັມເດີ່ນ ຈົ່ງໄປສາ” ພວກເຂົາທັງຫລາຍຈຶ່ງອອກໄປ ແລະຂ້າຟັນຜູ້ທີ່ຢູ່ໃນເມືອງ
|
||||
8 ຕໍ່ມາ ຂະນະທີ່ພວກເຂົາກຳລັງຂ້າຟັນຢູ່ນັ້ນ ເຫລືອຂ້າພະເຈົ້າແຕ່ຜູ້ດຽວ ຂ້າພະເຈົ້າກໍກົ້ມໜ້າລົງເຖິງດິນຮ້ອງວ່າ “ອະນິດຈັງ! ອົງພຣະຜູ້ເປັນເຈົ້າພຣະເຈົ້າ ພຣະອົງຈະໄດ້ທຳລາຍຄົນອິສຣາເອນທີ່ເຫລືອຢູ່ນັ້ນທັງໝົດ ໃນການທີ່ພຣະອົງໄດ້ລະບາຍຄວາມໂກດຮ້າຍຂອງພຣະອົງເໜືອເຢຣູຊາເລັມບໍ”
|
|
@ -0,0 +1,3 @@
|
|||
\v 9 \v 10 \v 11 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ “ຄວາມຊົ່ວຊ້າຂອງເຊື້ອສາຍອິສຣາເອນ ແລະຢູດາ ໃຫຍ່ຫລາຍ ແຜ່ນດິນກໍເຕັມໄປດ້ວຍເລືອດ ແລະຄວາມອະຍຸດຕິທຳກໍເຕັມເມືອງ ເພາະພວກເຂົາກ່າວວ່າ ‘ພຣະຜູ້ເປັນເຈົ້າໄດ້ປະຖິ້ມແຜ່ນດິນນີ້ແລ້ວ ແລະພຣະຜູ້ເປັນເຈົ້າບໍ່ທອດພຣະເນດເບິ່ງອີກ’
|
||||
10 ສຳລັບເຮົາ ໃນຕາຂອງເຮົາຈະບໍ່ປານີ ແລະເຮົາຈະບໍ່ສົງສານ ແຕ່ເຮົາຈະຕອບແທນຕາມການປະພຶດຂອງພວກເຂົາເທິງຫົວຂອງເຂົາທັງຫລາຍ”
|
||||
11 ແລະເບິ່ງແມ ຊາຍຄົນທີ່ນຸ່ງຫົ່ມຜ້າປ່ານຖືກ່ອງນ້ຳມຶກເຄື່ອງຂຽນນັ້ນ ໄດ້ນຳຖ້ອຍຄຳຂາບທູນວ່າ “ຂ້າພະອົງໄດ້ເຮັດຕາມທີ່ພຣະອົງໄດ້ບັນຊາຂ້າພະອົງໄວ້ແລ້ວ”
|
|
@ -0,0 +1,2 @@
|
|||
\c 10 \v 1 \v 2 ແລ້ວຂ້າພະເຈົ້າກໍເບິ່ງ ທ້ອງຟ້າຊຶ່ງຢູ່ເທິງຫົວຂອງເຫລົ່າເຄຣຸບ ມີສິ່ງປະກົດຂຶ້ນເທິງເຄຣຸບນັ້ນເໝືອນແກ້ວມໍລະກົດ ມີລັກສະນະຄ້າຍພຣະທີ່ນັ່ງ
|
||||
2 ແລະພຣະອົງກ່າວກັບຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ “ຈົ່ງເຂົ້າໄປໃນທ່າມກາງວົງລໍ້ຊຶ່ງຢູ່ພາຍໃຕ້ເຄຣຸບ ຈົ່ງເອົາມືຫອບເອົາຖ່ານໄຟຈາກທ່າມກາງເຫລົ່າເຄຣຸບ ນຳໄປໂຮຍເໜືອເມືອງນັ້ນ” ແລະຊາຍຄົນນັ້ນກໍເຂົ້າໄປຕໍ່ໜ້າຕໍ່ຕາຂອງຂ້າພະເຈົ້າ
|
|
@ -0,0 +1,2 @@
|
|||
\v 3 \v 4 \v 5 3 ຝ່າຍເຫລົ່າເຄຣຸບນັ້ນຢືນຢູ່ດ້ານຂວາຂອງພຣະວິຫານ ຂະນະທີ່ຊາຍຄົນນັ້ນເຂົ້າໄປ ແລະເມກກໍປົກຄຸມຢູ່ເຕັມລານຊັ້ນໃນ
|
||||
4 ສະຫງ່າລາສີຂອງພຣະຜູ້ເປັນເຈົ້າກໍຂຶ້ນຈາກເຄຣຸບໄປຍັງປະຕູພຣະວິຫານ ພຣະວິຫານນັ້ນກໍມີເມກປົກຄຸມຢູ່ເຕັມ ແລະເດີ່ນນັ້ນກໍເຕັມໄປດ້ວຍຄວາມສຸກໃສແຫ່ງສະຫງ່າລາສີຂອງພຣະຜູ້ເປັນເຈົ້າ
|
|
@ -0,0 +1,3 @@
|
|||
\v 6 \v 7 \v 8 ແລະສຽງປີກຂອງເຫລົ່າເຄຣຸບກໍໄດ້ຍິນໄປເຖິງເດີ່ນຊັ້ນນອກ ເໝືອນພຣະສຸລະສຽງຂອງພຣະເຈົ້າຜູ້ມີລິດທານຸພາບເມື່ອພຣະອົງຊົງກ່າວ
|
||||
6 ແລະຕໍ່ມາ ເມື່ອພຣະອົງມີພຣະບັນຊາສັ່ງຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ “ຈົ່ງໄປເອົາໄຟມາຈາກກາງວົງລໍ້ ແລະຈາກກາງເຫລົ່າເຄຣຸບ” ຊາຍຄົນນັ້ນກໍເຂົ້າໄປຢືນຢູ່ຂ້າງໆວົງລໍ້ເຫລົ່ານັ້ນ
|
||||
7 ເຄຣຸບຕົນໜຶ່ງໄດ້ຍື່ນມືຂອງຕົນອອກມາລະຫວ່າງເຫລົ່າເຄຣຸບໄປຍັງໄຟຊຶ່ງຢູ່ລະຫວ່າງເຫລົ່າເຄຣຸບ ຈັບໄຟ ຂຶ້ນມາເດ່ ແລະໃສ່ມືຂອງຊາຍທີ່ນຸ່ງຫົ່ມຜ້າປ່ານ ຊາຍນັ້ນກໍນຳໄຟອອກໄປ
|
|
@ -0,0 +1 @@
|
|||
ບົດທີ 10
|
|
@ -114,6 +114,7 @@
|
|||
"08-14",
|
||||
"08-16",
|
||||
"08-17",
|
||||
"09-title"
|
||||
"09-title",
|
||||
"10-title"
|
||||
]
|
||||
}
|
Loading…
Reference in New Issue