Thu Oct 10 2019 16:17:35 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-10 16:17:35 +07:00
parent c037cf173d
commit b2f5a5dae4
9 changed files with 20 additions and 0 deletions

3
02/01.txt Normal file
View File

@ -0,0 +1,3 @@
\c 2 \v 1 \v 2 \v 3 ເມື່ອ​ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ດັ່ງ­ນັ້ນ ກໍ​ໝູບ​ໜ້າ​ລົງ​ດິນ ແລ້ວ​ໄດ້­ຍິນ​ສຽງ​ຜູ້​ໜຶ່ງ​ເວົ້າ​ວ່າ “ມະ­ນຸດ​ເອີຍ ຈົ່ງ​ຢືນ​ຂຶ້ນ​ເຮົາ​ຕ້ອງ­ການ​ເວົ້າ​ນຳ​ເຈົ້າ.”
2 ຂະ­ນະ​ທີ່​ຜູ້­ນັ້ນ​ພວມ​ເວົ້າ​ຢູ່ ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ໄດ້​ສວມ​ທັບ​ຂ້າ­ພະ­ເຈົ້າ ແລະ​ເຮັດ­ໃຫ້​ຢືນ​ຂຶ້ນ.
3 ແລ້ວ​ຂ້າ­ພະ­ເຈົ້າ​ໄດ້­ຍິນ​ສຽງ­ດັ່ງ​ຕໍ່­ໄປ​ນີ້​ວ່າ “ມະ­ນຸດ​ເອີຍ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ພວກ​ອິສຣາເອນ ຜູ້​ເປັນ​ກະ­ບົດ​ຕໍ່­ສູ້​ເຮົາ ພວກ­ເຂົາ​ຍັງ​ເປັນ​ກະ­ບົດ​ເຊັ່ນ​ດຽວ​ກັບ​ບັນ­ພະ­ບູ­ລຸດ​ຂອງ​ເຂົາ­ເຈົ້າ​ເທົ່າ​ທຸກ​ມື້ນີ້.

2
02/04.txt Normal file
View File

@ -0,0 +1,2 @@
\v 4 \v 5 4 ພວກ­ເຂົາ​ເປັນ​ຄົນ​ຫົວ­ດື້ ແລະ​ບໍ່​ເຄົາ­ລົບ​ນັບ­ຖື​ເຮົາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ບອກ​ສິ່ງ​ທີ່​ເຮົາ​ຈະ​ເວົ້າ­ກັບ​ເຂົາ.
5 ພວກ­ເຂົາ​ຈະ​ຟັງ ຫລື​ບໍ່​ຟັງ​ກໍ​ຕາມ ແຕ່​ພວກ­ເຂົາ​ກໍ​ຈະ​ຮູ້­ວ່າ ມີ​ຜູ້­ປະ­ກາດ­ພຣະ­ທຳ​ຄົນ​ໜຶ່ງ​ຢູ່​ທ່າມ­ກາງ​ພວກເຂົາ.

1
02/06.txt Normal file
View File

@ -0,0 +1 @@
\v 6 ແຕ່​ເຈົ້າ​ຜູ້​ເປັນ​ມະ­ນຸດ​ເອີຍ ຢ່າ​ຢ້ານ​ພວກ­ເຂົາ ຫລື​ຢ້ານ​ສິ່ງ​ທີ່​ເຂົາ​ເວົ້າ ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ຈະ​ເປັນ​ເໝືອນ​ໜາມ​ປິດ​ລ້ອມ​ເຈົ້າ ແລະ​ເປັນ​ເໝືອນ​ແມງ­ງອດ​ຢູ່​ອ້ອມ­ຮອບ​ເຈົ້າ ກໍ​ຢ່າ​ຢ້ານ​ພວກ​ກະ­ບົດ​ເຫລົ່າ­ນັ້ນ ຫລື​ຢ້ານ​ຄຳ​ເວົ້າ​ຂອງ​ພວກ­ເຂົາ​ເລີຍ

2
02/07.txt Normal file
View File

@ -0,0 +1,2 @@
\v 7 \v 8 ຈົ່ງ​ບອກ​ພວກ­ເຂົາ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ ພວກ­ເຂົາ​ຈະ​ຟັງ​ຫລື​ບໍ່​ຟັງ​ກໍ​ຕາມ ເພາະ­ວ່າ​ພວກ­ເຂົາ​ເປັນ​ຝ່າຍ​ກະບົດ.
8 ມະ­ນຸດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ ຢ່າ​ເປັນ​ກະ­ບົດ​ເໝືອນ​ກັບ​ພວກ­ເຂົາ ຈົ່ງ​ອ້າ​ປາກ​ແລ້ວ​ກິນ​ສິ່ງ​ທີ່​ເຮົາ​ຈະ­ໃຫ້​ເຈົ້າ​ນີ້”.

2
02/09.txt Normal file
View File

@ -0,0 +1,2 @@
\v 9 \v 10 9 ຕໍ່​ມາ ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ມື​ເບື້ອງ​ໜຶ່ງ​ຖື​ໜັງ­ສື​ມ້ວນ​ຢຽດ​ອອກ​ມາ​ທາງ​ຂ້າພະເຈົ້າ.
10 ມື​ນັ້ນ​ໄດ້​ພື​ໜັງ­ສື​ມ້ວນ ແລ້ວ​ຂ້າ­ພະ­ເຈົ້າ​ກໍ­ໄດ້​ເຫັນ​ຄຳ​ຂຽນ­ໄວ້​ທັງ​ສອງ​ໜ້າ ແລະ​ອ່ານ​ໄດ້​ຄວາມ​ວ່າ, “ຮ້ອງ­ໄຫ້​ອາ­ໄລ​ຫາ ຮ້ອງ​ຄາງ.”

3
03/01.txt Normal file
View File

@ -0,0 +1,3 @@
\c 3 \v 1 \v 2 \v 3 ພຣະ­ເຈົ້າ​ຊົງ​ກ່າວ​ຕໍ່­ໄປ​ວ່າ, “ມະ­ນຸດ​ເອີຍ ຈົ່ງ​ກິນ​ໜັງ­ສື​ມ້ວນ​ນີ້​ແລ້ວ­ໄປ​ເວົ້າ­ກັບ​ປະ­ຊາ­ຊົນ​ອິສຣາເອນ.”
2 ດັ່ງ­ນັ້ນ ຂ້າ­ພະ­ເຈົ້າ​ຈຶ່ງ​ໄດ້​ອ້າ​ປາກ​ກິນ​ໜັງ­ສື​ມ້ວນ​ທີ່​ພຣະ­ອົງ​ຊົງ​ຍື່ນ​ໃຫ້.
3 ພຣະ­ອົງ​ຊົງ​ກ່າວ​ອີ​ກວ່າ, “ມະ­ນຸດ​ເອີຍ ຈົ່ງ​ກິນ​ໜັງ­ສື​ມ້ວນ​ທີ່​ເຮົາ​ໃຫ້​ເຈົ້າ​ນັ້ນ​ໃຫ້​ອີ່ມ” ຂ້າ­ພະ­ເຈົ້າ​ກໍ​ກິນ​ໜັງ­ສື​ມ້ວນ​ນັ້ນ ມັນ​ມີ​ລົດ​ຫວານ​ເໝືອນ​ນ້ຳເຜິ້ງ.

4
03/04.txt Normal file
View File

@ -0,0 +1,4 @@
\v 4 \v 5 \v 6 \v 7 4 ຕໍ່​ມາ​ພຣະ­ເຈົ້າ​ຊົງ​ກ່າວ​ວ່າ, “ມະ­ນຸດ​ເອີຍ ຈົ່ງ​ໄປ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ແກ່​ປະ­ຊາ­ຊົນ​ອິສຣາເອນ.
5 ເຮົາ​ຈະ​ບໍ່​ສົ່ງ​ເຈົ້າ​ໄປ​ຫາ​ຊົນ­ຊາດ​ທີ່​ເວົ້າ​ພາ­ສາ​ຕ່າງ­ປະ­ເທດ​ແລະ​ພາ­ສາ​ທີ່​ຍາກ ແຕ່​ຈະ​ສົ່ງ​ໄປ​ຫາ​ພວກ​ອິສຣາເອນ.
6 ຖ້າ​ສົ່ງ​ໄປ​ຫາ​ປະ­ເທດ​ໃຫຍ່​ຊຶ່ງ​ເວົ້າ​ພາ­ສາ​ທີ່​ຍາກ ໂດຍ​ທີ່​ເຈົ້າ​ບໍ່​ເຂົ້າ­ໃຈ ຊົນ­ຊາດ​ນັ້ນ​ອາດ​ຟັງ​ເຈົ້າ​ຢູ່.
7 ແຕ່​ຈະ​ບໍ່­ມີ​ປະ­ຊາ­ຊົນ​ອິສຣາເອນ​ຄົນ​ໃດ​ມີ​ນ້ຳ­ໃຈ​ຢາກ​ຟັງ​ເຈົ້າ ແມ່ນ­ແຕ່​ເຮົາ ເຂົາ​ກໍ​ຈະ​ບໍ່​ຟັງ​ຄື­ກັນ ເພາະ­ວ່າ​ພວກ­ເຂົາ​ເປັນ​ຄົນ​ຫົວ­ດື້ ແລະ​ໃຈ​ແຂງ.

2
03/08.txt Normal file
View File

@ -0,0 +1,2 @@
\v 8 \v 9 ບັດ­ນີ້ ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ເປັນ​ຄົນ​ຫົວ­ດື້ ແລະ​ໃຈ​ແຂງ​ເໝືອນ​ພວກເຂົາ.
9 ຈະ​ເຮັດ­ໃຫ້​ແຂງ​ກວ່າ​ຫີນ ແລະ​ເພັດ ສະ­ນັ້ນ ເຈົ້າ​ຢ່າ​ຢ້ານ ພວກ​ກະ­ບົດ​ເຫລົ່າ​ນີ້​ເລີຍ.”

1
03/10.txt Normal file
View File

@ -0,0 +1 @@