Thu Oct 17 2019 10:05:18 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-17 10:05:19 +07:00
parent c1667d1b50
commit ab89e2bf19
9 changed files with 19 additions and 0 deletions

3
43/03.txt Normal file
View File

@ -0,0 +1,3 @@
\v 3 \v 4 \v 5 ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ເຫັນ​ນັ້ນ​ກໍ​ເໝືອນ​ກັບ​ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ເຫັນ​ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ທຳ­ລາຍ​ເມືອງ​ນັ້ນ ແລະ​ເໝືອນ​ກັບ​ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່­ນ້ຳ​ເກ­ບາ ແລະ​ຂ້າ­ພະ­ເຈົ້າ​ກໍ​ກົ້ມ​ໜ້າ​ຂອງ​ຂ້າ­ພະ­ເຈົ້າ​ລົງ​ເຖິງ​ດິນ
4 ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ເຂົ້າ­ໄປ​ໃນ​ພຣະ­ວິ­ຫານ​ທາງ​ປະ­ຕູ​ທີ່​ຫັນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ
5 ພຣະ­ວິນ­ຍານ​ກໍ​ຍົກ​ຂ້າ­ພະ­ເຈົ້າ​ຂຶ້ນ ແລະ​ນຳ​ຂ້າ­ພະ­ເຈົ້າ​ມາ​ທີ່​ເດີ່ນ​ຊັ້ນ​ໃນ ແລະ​ເບິ່ງ​ແມ ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ກໍ​ເຕັມ​ພຣະ­ວິ­ຫານ

3
43/06.txt Normal file
View File

@ -0,0 +1,3 @@
\v 6 \v 7 \v 8 ຂະ­ນະ​ທີ່​ຊາຍ​ຄົນ​ນັ້ນ​ຍັງ​ຢືນ­ຢູ່​ທີ່​ຂ້າງ​ຂ້າ­ພະ­ເຈົ້າ ຂ້າ­ພະ­ເຈົ້າ​ໄດ້­ຍິນ​ພຣະ­ອົງ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ດັງ​ອອກ​ມາ​ຈາກ​ພຣະ­ວິ­ຫານ
ແລະ​ພຣະ­ອົງ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ບັນ­ລັງ​ຂອງ​ເຮົາ ແລະ​ສະ­ຖານ­ທີ່​ວາງ​ຕີນ​ຂອງ​ເຮົາ​ຢູ່​ບ່ອນ­ນີ້ ເປັນ​ບ່ອນ​ທີ່​ເຮົາ​ຈະ​ຢູ່​ທ່າມ­ກາງ​ຊົນ­ຊາດ​ອິສຣາເອນ​ເປັນ­ນິດ ແລະ​ເຊື້ອ­ສາຍ​ອິສຣາເອນ​ຈະ​ບໍ່​ເຮັດ­ໃຫ້​ນາມ​ອັນ​ບໍ­ລິ­ສຸດ​ຂອງ​ເຮົາ ເປັນ​ມົນ­ທິນ​ອີກ ໂດຍ​ຕົວ​ຂອງ​ພວກ­ເຂົາ​ເອງ ຫລື​ກະ­ສັດ​ຂອງ​ພວກ­ເຂົາ ດ້ວຍ​ການ​ຫລິ້ນ­ຊູ້​ຂອງ​ພວກ­ເຂົາ ແລະ​ດ້ວຍ​ສົບ​ແຫ່ງ​ກະ­ສັດ​ຂອງ​ພວກ­ເຂົາ​ໃນ​ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ​ສຸດ
8 ໂດຍ​ການ​ວາງ​ທາງ​ເຂົ້າ​ປະ­ຕູ​ຂອງ​ພວກ­ເຂົາ​ໄວ້​ຂ້າງ​ທາງ​ເຂົ້າ​ປະ­ຕູ​ຂອງ​ເຮົາ ໂດຍ​ການ­ຕັ້ງ​ເສົາ​ປະ­ຕູ​ຂອງ​ພວກ­ເຂົາ ໄວ້​ຂ້າງ​ເສົາ​ປະ­ຕູ​ຂອງ​ເຮົາ ມີ​ພຽງ​ຝາ​ກັ້ນ​ໄວ້​ລະ­ຫວ່າງ​ເຮົາ​ກັບ​ພວກ­ເຂົາ​ເທົ່າ​ນັ້ນ ພວກ­ເຂົາ​ໄດ້​ເຮັດ­ໃຫ້​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ການ​ອັນ​ໜ້າ​ກຽດ­ຊັງ​ຂອງ​ພວກ­ເຂົາ​ຊຶ່ງ​ພວກ­ເຂົາ​ທັງ­ຫລາຍ​ໄດ້​ເຮັດ ດັ່ງ­ນັ້ນ ເຮົາ​ຈຶ່ງ​ເຜົາ​ຜານ​ພວກ­ເຂົາ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ

1
43/09.txt Normal file
View File

@ -0,0 +1 @@
\v 9 ບັດ­ນີ້ ໃຫ້​ພວກ­ເຂົາ​ຖິ້ມ​ການ​ຫລິ້ນ­ຊູ້​ທັງ­ຫລາຍ​ຂອງ­ຕົນ ແລະ​ສົບ​ແຫ່ງ​ກະ­ສັດ​ທັງ­ຫລາຍ​ຂອງ​ພວກ­ເຂົາ​ໃຫ້​ຫ່າງ​ໄກ​ຈາກ​ເຮົາ ແລະ​ເຮົາ​ຈະ​ຢູ່​ທ່າມ­ກາງ​ພວກ­ເຂົາ​ທັງ­ຫລາຍ​ເປັນ­ນິດ

2
43/10.txt Normal file
View File

@ -0,0 +1,2 @@
\v 10 \v 11 ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ຈົ່ງ​ບັນ­ລະ­ຍາຍ​ແກ່​ເຊື້ອ­ສາຍ​ອິສຣາເອນ​ໃຫ້​ຮູ້​ເຖິງ​ພຣະ­ວິ­ຫານ ເພື່ອ​ວ່າ​ພວກ­ເຂົາ​ຈະ​ໄດ້​ອັບ­ອາຍ​ໃນ​ເລື່ອງ​ຄວາມ​ຊົ່ວ­ຊ້າ​ຂອງ­ຕົນ ແລະ​ໃຫ້​ພວກ­ເຂົາ​ທັງ­ຫລາຍ​ວັດ­ແທກ​ແບບ­ແຜນ
11 ແລະ​ຖ້າ​ພວກ­ເຂົາ​ອັບ­ອາຍ​ໃນ​ສິ່ງ​ທັງ­ຫລາຍ​ທີ່​ຕົນ​ເຮັດ​ມາ​ແລ້ວ ຈົ່ງ​ສະ­ແດງ​ພາບ​ແຜນ­ຜັງ​ທາງ​ອອກ​ທາງ​ເຂົ້າ ແລະ​ລັກ­ສະ­ນະ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ​ນັ້ນ ແລະ​ຈົ່ງ​ໃຫ້​ພວກ­ເຂົາ​ຮູ້​ເຖິງ​ກົດ­ເກນ ລັກ­ສະ­ນະ ແລະ​ກົດ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ ຈົ່ງ​ຂຽນ​ລົງ​ໄວ້​ຕໍ່­ໜ້າ­ຕໍ່­ຕາ​ຂອງ​ພວກ­ເຂົາ ເພື່ອ​ພວກ­ເຂົາ​ຈະ​ໄດ້​ຮັກ­ສາ​ລັກ­ສະ­ນະ ແລະ​ກົດ­ເກນ​ທັງ​ໝົດ​ຂອງ​ພຣະ­ວິ­ຫານ ແລະ​ປະ­ຕິ­ບັດ​ຕາມ

1
43/12.txt Normal file
View File

@ -0,0 +1 @@
\v 12 ຕໍ່­ໄປ​ນີ້​ເປັນ​ກົດ​ຂອງ​ພຣະ­ວິ­ຫານ ຄື​ບໍ­ລິ­ເວນ​ໂດຍ​ຮອບ​ທີ່­ຢູ່​ເທິງ​ຍອດ​ພູ­ເຂົາ​ຈະ​ເປັນ​ບ່ອນ​ບໍ­ລິ­ສຸດ​ທີ່­ສຸດ ເບິ່ງ​ແມ ນີ້​ເປັນ​ກົດ​ຂອງ​ພຣະ­ວິ­ຫານ

2
43/13.txt Normal file
View File

@ -0,0 +1,2 @@
\v 13 \v 14 ຕໍ່­ໄປ​ນີ້​ເປັນ​ຂະ­ໜາດ​ຂອງ​ແທ່ນ​ບູ­ຊາ​ວັດ­ແທກ​ເປັນ​ສອກ ສອກ​ໜຶ່ງ​ຄື​ຄວາມ​ຍາວ​ໜຶ່ງ​ສອກ​ກັບ​ໜຶ່ງ​ຄືບ ພື້ນ­ຖານ​ສູງ​ໜຶ່ງ​ສອກ ແລະ​ກວ້າງ​ໜຶ່ງ​ສອກ ບ່ອນ​ຂອບ​ມີ​ຮາງ​ຄືບ​ໜຶ່ງ ແລະ​ຄວາມ​ສູງ​ຂອງ​ແທ່ນ​ບູ­ຊາ​ເປັນ​ດັ່ງ­ນີ້
14 ຈາກ​ພື້ນ­ຖານ​ທີ່­ຢູ່​ເທິງ​ດິນ​ມາ​ເຖິງ​ຂ້າງ​ລຸ່ມ​ສູງ​ສອງ​ສອກ ກວ້າງ​ໜຶ່ງ​ສອກ ຈາກ​ຂັ້ນ​ນ້ອຍ​ໄປ​ເຖິງ​ຂັ້ນ​ໃຫຍ່​ສູງ​ສີ່​ສອກ ກວ້າງ​ໜຶ່ງ​ສອກ

3
43/15.txt Normal file
View File

@ -0,0 +1,3 @@
\v 15 \v 16 \v 17 ຕົາ​ຂອງ​ແທ່ນ​ນັ້ນ​ສີ່​ສອກ ແລະ​ຈາກ​ເຕົາ​ແທ່ນ​ມີ​ຈອມ​ຍື່ນ​ຂຶ້ນ​ສີ່​ຈອມ
16 ເຕົາ​ແທ່ນ​ນັ້ນ​ເປັນ​ສີ່​ຫລ່ຽມ​ຈັດ​ຕຸ​ລັດ ຍາວ​ສິບ​ສອງ​ສອກ ກວ້າງ​ສິບ​ສອງ​ສອກ
17 ຂັ້ນ​ຂ້າງ​ເຕົາ​ກໍ​ສີ່​ຫລ່ຽມ​ຈັດ​ຕຸ​ລັດ​ຄື­ກັນ ຍາວ​ສິບ​ສີ່​ສອກ ກວ້າງ​ສິບ​ສີ່​ສອກ ສົ້ນ​ທີ່​ອ້ອມ­ຮອບ​ກວ້າງ​ເຄິ່ງ​ສອກ ຖານ​ກວ້າງ​ສອກ​ໜຶ່ງ​ໂດຍ​ຮອບ ຂັ້ນ­ໄດ​ແທ່ນ​ບູ­ຊາ​ຫັນ​ໜ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ”

2
43/18.txt Normal file
View File

@ -0,0 +1,2 @@
\v 18 \v 19 ແລະ​ເພິ່ນ​ເວົ້າ­ກັບ​ຂ້າ­ພະ­ເຈົ້າ​ວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ຕໍ່­ໄປ​ນີ້​ເປັນ​ກົດ​ຂອງ​ແທ່ນ​ບູ­ຊາ​ໃນ​ມື້​ທີ່​ສ້າງ​ສຳ­ເລັດ​ແລ້ວ ເພື່ອ­ຈະ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະ​ເພື່ອ­ຈະ​ຊິດ​ດ້ວຍ​ເລືອດ
ເຈົ້າ​ຈົ່ງ​ມອບ​ງົວ​ໜຸ່ມ​ໂຕ​ໜຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ແກ່​ປະ­ໂລ­ຫິດ​ຄົນ​ເລ­ວີ​ເຊື້ອ­ສາຍ​ຊາ­ໂດກ ຜູ້​ທີ່​ເຂົ້າ​ມາ​ໃກ້​ເພື່ອ​ບົວ­ລະ­ບັດ​ເຮົາ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

2
43/20.txt Normal file
View File

@ -0,0 +1,2 @@
\v 20 \v 21 ເຈົ້າ​ຈົ່ງ​ເອົາ​ເລືອດ​ງົວ​ນັ້ນ​ມາ​ໃສ່​ໄວ້​ເທິງ​ຈອມ​ທັງ​ສີ່​ຂອງ​ແທ່ນ ແລະ​ແຈ​ທັງ​ສີ່​ຂອງ​ຂັ້ນ​ຂ້າງ​ເຕົາ ແລະ​ຢູ່​ອ້ອມ­ຮອບ​ຈອມ​ທັງ​ໝົດ ເຮັດ​ດັ່ງ​ນີ້­ແຫລະ ເຈົ້າ​ຈະ​ໄດ້​ຊຳ­ລະ​ແທ່ນ​ແລະ​ເຮັດ­ການ​ລຶບ­ລ້າງ​ມົນ­ທິນ​ຂອງ​ແທ່ນ​ນັ້ນ​ໄວ້
21 ເຈົ້າ​ຈົ່ງ​ເອົາ​ງົວ­ເຖິກ​ຊຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ ແລະ​ປະ­ໂລ­ຫິດ​ຈະ​ເຜົາ​ມັນ​ໃນ​ບ່ອນ​ທີ່​ກຳ­ນົດ​ໄວ້​ຊຶ່ງ​ເປັນ​ບ່ອນ​ຂອງ​ພຣະ­ວິ­ຫານ​ທີ່­ຢູ່​ພາຍ­ນອກ​ສະ­ຖານ­ທີ່​ບໍ­ລິ­ສຸດ