Sun Oct 13 2019 22:45:06 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-13 22:45:07 +07:00
parent 427ec9966f
commit 9444a2c536
4 changed files with 9 additions and 0 deletions

2
17/13.txt Normal file
View File

@ -0,0 +1,2 @@
\v 13 \v 14 ພະ​ອົງ​ໄດ້​ເອົາ​ເຊື້ອ​ພະ​ວົງ​ຜູ້​ຫນຶ່ງ ແລະ​ເຮັດ​ຄຳ­ຫມັ້ນ­ສັນ­ຍາ​ກັບ​ເພິ່ນ ແລະ​ໄດ້​ໃຫ້​ເຂົາ​ປະ­ຕິ­ຍານ​ຕົວ ຄົນ​ສຳ­ຄັນ​ຂອງ​ແຜ່ນ­ດິນ ພະ​ອົງ​ກໍ­ໄດ້​ກວາດ​ຕ້ອນ​ເອົາ​ໄປ
14 ເພື່ອ​ວ່າ​ລາ­ຊະ­ອາ­ນາ­ຈັກ​ນັ້ນ​ຈະ​ຕ່ຳ­ຕ້ອຍ ຍົກ​ຕົວ​ຂຶ້ນ​ອີກ​ບໍ່­ໄດ້ ແລະ​ການ​ຮັກ­ສາ​ຄຳ­ຫມັ້ນ­ສັນ­ຍາ​ຂອງ​ພະ​ອົງ​ຈະ​ຢັ້ງ­ຢືນ​ຢູ່​ໄດ້

2
17/15.txt Normal file
View File

@ -0,0 +1,2 @@
\v 15 \v 16 ແຕ່​ກະ­ສັດ​ໄດ້​ກະ­ບົດ​ຕໍ່​ພະ​ອົງ ໂດຍ​ສົ່ງ​ລາ­ຊະ­ທູດ​ໄປ​ຍັງ​ເອ­ຢິບ​ດ້ວຍ​ຫວັງ­ວ່າ​ຈະ​ໄດ້​ມ້າ ແລະ​ກອງ­ທັບ​ໃຫຍ່ ກະ​ສັດ­ຈະ​ເຮັດ​ສຳ­ເລັດ​ບໍ ຜູ້​ທີ່​ເຮັດ​ເຊັ່ນ​ນີ້​ຈະ​ໜີ​ໄປ​ລອດ­ພົ້ນ​ບໍ ຖ້າ​ທ່ານ​ລະ­ເມີດ​ຄຳ­ໝັ້ນ­ສັນ­ຍາ ຍັງ​ຈະ​ລອດ­ພົ້ນ​ໄດ້​ອີກ​ບໍ
16 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເພິ່ນ​ຈະ​ຕ້ອງ​ຕາຍ​ໃນ​ບາ­ບີ­ໂລນ ໃນ​ບ່ອນ​ທີ່​ກະ­ສັດ​ອົງ​ນັ້ນ​ປະ­ທັບ​ຢູ່ ຄື​ກະ­ສັດ​ຜູ້​ໄດ້​ຕັ້ງ​ເພິ່ນ​ໃຫ້­ເປັນ​ກະ­ສັດ ແລະ​ເພິ່ນ​ໄດ້​ໝິ່ນ­ປະ­ໝາດ​ຄຳ​ປະ­ຕິ­ຍານ​ຕໍ່​ພະ​ອົງ ໂດຍ​ໄດ້​ລະ­ເມີດ​ຕໍ່​ຄຳ­ໝັ້ນ­ສັນ­ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພະ​ອົງ

2
17/17.txt Normal file
View File

@ -0,0 +1,2 @@
\v 17 \v 18 ຟາ­ຣາ­ໂອ​ປະ­ກອບ​ດ້ວຍ​ກອງ­ທັບ​ອັນ​ໃຫຍ່ ແລະ​ຜູ້​ຄົນ​ຫລວງ­ຫລາຍ​ຈະ​ບໍ່​ຊ່ວຍ​ເພິ່ນ​ຜູ້­ນັ້ນ ໃນ​ການ​ສົງ­ຄາມ ພວກ­ເຂົາ​ກໍ່­ສ້າງ​ປ້ອມ​ປ້ອງ­ກັນ ແລະ​ກໍ່​ກຳ­ແພງ​ອ້ອມ​ເພື່ອ­ຈະ​ທຳ­ລາຍ​ຄົນ​ຢ່າງ​ຫລວງ­ຫລາຍ​ເສຍ
18 ເພາະ​ເພິ່ນ​ປະ­ໝາດ​ຄຳ​ປະ­ຕິ­ຍານ ແລະ​ລະ­ເມີດ​ຕໍ່​ຄຳ­ໝັ້ນ­ສັນ­ຍາ ເບິ່ງ​ແມ ເພາະ​ເພິ່ນ​ປະ­ຕິ­ຍານ​ຕົວ ແລະ​ຍັງ​ເຮັດ​ສິ່ງ​ທັງ­ປວງ​ເຫລົ່າ​ນີ້ ເພິ່ນ​ຈຶ່ງ​ຈະ​ໜີ​ພົ້ນ​ບໍ່­ໄດ້

3
17/19.txt Normal file
View File

@ -0,0 +1,3 @@
\v 19 \v 20 \v 21 ພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເພາະ​ຄຳ​ປະ­ຕິ­ຍານ​ຕໍ່​ເຮົາ​ທີ່​ເຂົາ​ໝິ່ນ­ປະ­ໝາດ ແລະ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາ​ທີ່​ເພິ່ນ​ລະ­ເມີດ​ເສຍ ເຮົາ​ຈະ​ຕອບ­ແທນ​ໃຫ້​ຕົກ​ເທິງ​ຫົວ​ຂອງ​ເພິ່ນ​ຜູ້­ນັ້ນ
20 ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາ​ຄຸມ​ລາວ ແລະ​ລາວ​ຈະ​ຕິດ​ກັບ​ຂອງ​ເຮົາ ແລະ​ເຮົາ​ຈະ​ນຳ​ລາວ​ເຂົ້າ­ໄປ​ໃນ​ບາ­ບີ­ໂລນ ແລະ​ພິ­ພາກ­ສາ​ລາວ​ຢູ່​ບ່ອນ­ນັ້ນ ໃນ​ເລື່ອງ​ທີ່​ລາວ​ໄດ້​ທໍ­ລະ­ຍົດ​ຕໍ່​ເຮົາ
21 ແລະ​ບັນ­ດາ​ຜູ້​ລີ້­ໄພ​ກັບ​ກອງ­ທັບ​ທັງ​ໝົດ​ຂອງ​ລາວ​ຈະ​ລົ້ມ­ລົງ​ດ້ວຍ​ດາບ ແລະ​ຜູ້​ທີ່​ເຫລືອ​ຢູ່​ຈະ​ກະ­ຈາຍ​ໄປ​ຕາມ​ລົມ​ທຸກໆ​ທິດ ແລະ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ທີ່​ໄດ້​ລັ່ນ​ຄຳ​ເວົ້າ​ໄວ້​ແລ້ວ”