Mon Oct 14 2019 22:27:08 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-14 22:27:08 +07:00
parent 3a8db2562f
commit 868f57f30a
7 changed files with 16 additions and 15 deletions

View File

@ -1,16 +1,2 @@
ບົດທີ 20
ພຣະເຈົ້າຖືກຕ້ອງເມື່ອລົງໂທດອິສຣາເອນ
1 ຕໍ່​ມາ​ວັນ­ທີ​ສິບ ເດືອນ​ທີ​ຫ້າ​ໃນ​ປີ​ທີ​ເຈັດ ພວກ​ຜູ້­ໃຫຍ່​ຂອງ​ອິສຣາເອນ​ບາງ​ຄົນ​ໄດ້​ມາ​ທູນ​ຖາມ​ພຣະ­ຜູ້­ເປັນ­ເຈົ້າ ແລະ​ມາ​ນັ່ງ​ຢູ່​ຕໍ່­ໜ້າ​ຂ້າ­ພະ­ເຈົ້າ
2 ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ພະ­ເຈົ້າ​ວ່າ
3 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ເວົ້າ­ກັບ​ພວກ​ຜູ້­ໃຫຍ່​ແຫ່ງ​ອິສຣາເອນ ແລະ​ກ່າວ​ແກ່​ພວກ­ເຂົາ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ທີ່​ເຈົ້າ​ມາ​ນີ້ ຈະ​ມາ​ຖາມ​ເຮົາ​ບໍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເຮົາ​ກໍ​ຈະ​ບໍ່­ຍອມ​ໃຫ້​ເຈົ້າ​ມາ​ຖາມ​ເຮົາ​ສັນ­ນັ້ນ
4 ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ຈະ​ພິ­ພາກ­ສາ​ພວກ­ເຂົາ​ບໍ ເຈົ້າ​ຈະ​ພິ­ພາກ­ສາ​ພວກ­ເຂົາ​ບໍ ຈົ່ງ​ໃຫ້​ພວກ­ເຂົາ​ຮູ້​ເຖິງ​ຄວາມ​ໜ້າ​ກຽດ­ຊັງ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ເຂົາ
5 ແລະ​ຈົ່ງ​ກ່າວ​ແກ່​ພວກ­ເຂົາ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໃນ​ວັນ​ນັ້ນ​ເມື່ອ​ເຮົາ​ເລືອກ​ສັນ​ອິສຣາເອນ​ໄວ້ ເຮົາ​ປະ­ຕິ­ຍານ​ຕໍ່​ເຊື້ອ­ສາຍ​ແຫ່ງ​ເຊື້ອ­ສາຍ​ຢາ­ໂຄບ ໂດຍ​ສະ­ແດງ​ຕົວ​ເຮົາ​ໃຫ້​ພວກ­ເຂົາ​ຮູ້­ຈັກ​ໃນ​ແຜ່ນ­ດິນ​ເອ­ຢິບ ເມື່ອ​ເຮົາ​ປະ­ຕິ­ຍານ​ກັບ​ພວກ­ເຂົາ​ວ່າ ເຮົາ​ເປັນ​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຂອງ​ເຈົ້າ
6 ໃນ​ວັນ​ນັ້ນ ເຮົາ​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ວ່າ ເຮົາ​ຈະ​ນຳ​ພວກ­ເຂົາ​ອອກ­ຈາກ​ແຜ່ນ­ດິນ​ເອ­ຢິບ​ໄປ​ຍັງ​ແຜ່ນ­ດິນ​ທີ່​ເຮົາ​ຫາ​ໃຫ້​ພວກ­ເຂົາ​ທັງ­ຫລາຍ ເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ ເປັນ​ແຜ່ນ­ດິນ​ທີ່​ມີ​ສະ­ຫງ່າ­ລາ­ສີ​ທີ່­ສຸດ​ໃນ​ແຜ່ນ­ດິນ​ທັງ­ຫລາຍ
7 ແລະ​ເຮົາ​ກ່າວ​ແກ່​ພວກ­ເຂົາ​ວ່າ ເຈົ້າ​ທຸກ​ຄົນ​ຈົ່ງ​ຖິ້ມ​ສິ່ງ​ທີ່​ໜ້າ​ກຽດ­ຊັງ ຊຶ່ງ​ຕາ​ຂອງ​ເຈົ້າ​ທັງ­ຫລາຍ​ກຳ­ລັງ​ເພີດ­ເພີນ​ຢູ່ນັ້ນ ຢ່າ​ເຮັດ​ຕົວ​ຂອງ​ເຈົ້າ​ໃຫ້­ເປັນ​ມົນ­ທິນ​ດ້ວຍ​ຮູບ​ເຄົາ­ລົບ​ຂອງ​ເອ­ຢິບ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຂອງ​ເຈົ້າ
8 ແຕ່​ພວກ­ເຂົາ​ໄດ້​ກະ­ບົດ​ຕໍ່​ເຮົາ ແລະ​ບໍ່­ຍອມ​ຟັງ​ເຮົາ ພວກ­ເຂົາ​ບໍ່­ໄດ້​ຖິ້ມ​ສິ່ງ​ທີ່​ໜ້າ​ກຽດ­ຊັງ ຊຶ່ງ​ຕາ​ຂອງ​ພວກ­ເຂົາ​ທຸກ​ຄົນ​ເພີດ­ເພີນ​ຢູ່ນັ້ນ ທັງ​ບໍ່­ໄດ້​ປະ​ຖິ້ມ​ຮູບ​ເຄົາ­ລົບ​ຂອງ​ເອ­ຢິບ ແລ້ວ​ເຮົາ​ກໍ​ຄິດ­ວ່າ ເຮົາ​ຈະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເໜືອ​ພວກ­ເຂົາ ແລະ​ໃຫ້​ຄວາມ​ຮ້າຍ​ຂອງ​ເຮົາ​ມີ​ຕໍ່​ພວກ­ເຂົາ​ໃນ​ທ່າມ­ກາງ​ແຜ່ນ­ດິນ​ເອ­ຢິບ ຈົນ​ມອດ​ລົງ
9 ແຕ່​ເຮົາ​ກໍ​ເຮັດ​ໂດຍ​ເຫັນ­ແກ່​ນາມ​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້​ຊື່​ນັ້ນ​ເປັນ​ມົນ­ທິນ​ຕໍ່­ໜ້າ​ປະ­ຊາ­ຊາດ ຊຶ່ງ​ພວກ­ເຂົາ​ອາ­ໄສ​ຢູ່ ເຮົາ​ຈຶ່ງ​ໄດ້​ສະ­ແດງ​ຕົວ​ຂອງ​ເຮົາ​ຕໍ່­ໜ້າ​ພວກ­ເຂົາ ໃຫ້​ພວກ­ເຂົາ​ຮູ້­ຈັກ​ການ​ທີ່​ເຮົາ​ນຳ​ຄົນ​ອິສຣາເອນ​ອອກ​ມາ​ຈາກ​ແຜ່ນ­ດິນ​ເອ­ຢິບ
10 ດັ່ງ­ນັ້ນ ເຮົາ​ຈຶ່ງ​ນຳ​ພວກ­ເຂົາ​ອອກ­ຈາກ​ແຜ່ນ­ດິນ​ເອ­ຢິບ​ແລະ​ນຳ​ເຂົ້າ​ມາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ
11 ເຮົາ​ໃຫ້​ກົດ­ເກນ​ຂອງ​ເຮົາ​ແກ່​ພວກ­ເຂົາ ແລະ​ສະ­ແດງ​ຂໍ້​ຕັດ­ສິນ​ຂອງ​ເຮົາ​ໃຫ້​ພວກ­ເຂົາ​ຮູ້ ຊຶ່ງ​ຖ້າ​ມະ­ນຸດ​ໄດ້​ຮັກ­ສາ​ໄວ້​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໄດ້
12 ຫລາຍ­ກວ່າ​ນັ້ນ​ອີກ ເຮົາ​ໄດ້​ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ແກ່​ພວກ­ເຂົາ ເປັນ​ໝາຍ​ສຳ­ຄັນ​ລະ­ຫວ່າງ​ເຮົາ ແລະ​ພວກ­ເຂົາ​ທັງ­ຫລາຍ ເພື່ອ​ພວກ­ເຂົາ​ຈະ​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ ເປັນ​ຜູ້​ເຮັດ­ໃຫ້​ເຂົາ​ບໍ­ລິ­ສຸດ
13 ແຕ່​ເຊື້ອ­ສາຍ​ອິສຣາເອນ​ໄດ້​ກະ­ບົດ​ຕໍ່​ເຮົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ພວກ­ເຂົາ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແຕ່​ໄດ້​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ຕັດ­ສິນ​ຂອງ​ເຮົາ ຊຶ່ງ​ຖ້າ​ມະ­ນຸດ​ໄດ້​ຮັກ­ສາ​ໄວ້​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໄດ້ ແລະ​ໄດ້​ເຮັດ­ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ​ໄປ​ຢ່າງ​ໜັກ ແລ້ວ​ເຮົາ​ກໍ​ຄິດ­ວ່າ ເຮົາ​ຈະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເທິງ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ເພື່ອ​ທຳ­ລາຍ​ພວກ­ເຂົາ​ສາ
\v 13 \v 14 13 ແຕ່​ເຊື້ອ­ສາຍ​ອິສຣາເອນ​ໄດ້​ກະ­ບົດ​ຕໍ່​ເຮົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ພວກ­ເຂົາ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແຕ່​ໄດ້​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ຕັດ­ສິນ​ຂອງ​ເຮົາ ຊຶ່ງ​ຖ້າ​ມະ­ນຸດ​ໄດ້​ຮັກ­ສາ​ໄວ້​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໄດ້ ແລະ​ໄດ້​ເຮັດ­ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ​ໄປ​ຢ່າງ​ໜັກ ແລ້ວ​ເຮົາ​ກໍ​ຄິດ­ວ່າ ເຮົາ​ຈະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເທິງ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ເພື່ອ​ທຳ­ລາຍ​ພວກ­ເຂົາ​ສາ
14 ແຕ່​ເຮົາ​ກໍ​ເຮັດ​ໂດຍ​ເຫັນ­ແກ່​ນາມ​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້​ຊື່​ນັ້ນ​ເປັນ​ມົນ­ທິນ​ຕໍ່­ໜ້າ​ປະ­ຊາ­ຊາດ​ທັງ­ຫລາຍ ຊຶ່ງ​ເຮົາ​ໄດ້​ນຳ​ຄົນ​ອິສຣາເອນ​ອອກ​ມາ​ຕໍ່­ໜ້າ​ພວກ­ເຂົາ

3
20/15.txt Normal file
View File

@ -0,0 +1,3 @@
\v 15 \v 16 \v 17 15 ຫລາຍ­ກວ່າ​ນັ້ນ​ອີກ ເຮົາ​ໄດ້​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກ­ເຂົາ​ເຂົ້າ​ມາ​ໃນ​ແຜ່ນ­ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ພວກ­ເຂົາ ເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ ເປັນ​ແຜ່ນ­ດິນ​ທີ່​ມີ​ສະ­ຫງ່າ­ລາ­ສີ​ທີ່­ສຸດ​ໃນ​ແຜ່ນ­ດິນ​ທັງ­ຫລາຍ
16 ເພາະ​ພວກ­ເຂົາ​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ບໍ່​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແຕ່​ໄດ້​ເຮັດ­ໃຫ້​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ ເພາະ­ວ່າ​ຈິດ­ໃຈ​ຂອງ​ພວກ­ເຂົາ​ໄປ​ຕິດ­ຕາມ​ຮູບ​ເຄົາ­ລົບ​ຂອງ­ຕົນ
17 ເຖິງ​ປານ​ນັ້ນ​ກໍ­ດີ ໃນ­ຕາ​ຂອງ​ເຮົາ​ກໍ​ຍັງ​ປາ­ນີ​ພວກ­ເຂົາ ແລະ​ເຮົາ​ບໍ່­ໄດ້​ທຳ­ລາຍ​ພວກ­ເຂົາ ຫລື​ເຮັດ­ໃຫ້​ເຂົາ​ຈົບ​ສິ້ນ​ລົງ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ

3
20/18.txt Normal file
View File

@ -0,0 +1,3 @@
\v 18 \v 19 \v 20 ແຕ່​ເຮົາ​ເວົ້າ­ກັບ​ລູກ­ຫລານ​ຂອງ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ​ວ່າ ຢ່າ​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ ຫລື​ຮັກ­ສາ​ຂໍ້​ຕັດ­ສິນ​ຂອງ​ພວກ­ເຂົາ ຫລື​ເຮັດ​ຕົວ​ເຈົ້າ​ໃຫ້­ເປັນ​ມົນ­ທິນ​ດ້ວຍ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ
19 ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ເປັນ​ພຣະ­ເຈົ້າ​ຂອງ​ເຈົ້າ ຈົ່ງ​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແລະ​ຈົ່ງ​ຮັກ­ສາ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ປະ­ພຶດ​ຕາມ
20 ແລະ​ນັບ​ຖື­ຮັກ­ສາ​ວັນ​ສະ­ບາ​ໂຕ​ຂອງ​ເຮົາ ເພື່ອ­ຈະ​ເປັນ​ໝາຍ​ສຳ­ຄັນ​ລະ­ຫວ່າງ​ເຮົາ​ກັບ​ເຈົ້າ ເພື່ອ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ເປັນ​ພຣະ­ເຈົ້າ​ຂອງ​ເຈົ້າ

2
20/21.txt Normal file
View File

@ -0,0 +1,2 @@
\v 21 \v 22 ແຕ່​ລູກ­ຫລານ​ເຫລົ່າ­ນັ້ນ​ກໍ​ຍັງ​ກະ­ບົດ​ຕໍ່​ເຮົາ ພວກ­ເຂົາ​ທັງ­ຫລາຍ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ ແລະ​ບໍ່​ຮັກ­ສາ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ບໍ່​ປະ­ພຶດ​ຕາມ ຊຶ່ງ​ຖ້າ​ມະ­ນຸດ​ໄດ້​ຮັກ­ສາ​ໄວ້​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ໄດ້ ພວກ­ເຂົາ​ໄດ້​ເຮັດ­ໃຫ້​ວັນ​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ ແລ້ວ​ເຮົາ​ກໍ​ຄິດ­ວ່າ ເຮົາ​ຈະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເທິງ​ພວກ­ເຂົາ ແລະ​ໃຫ້​ຄວາມ​ຮ້າຍ​ຂອງ​ເຮົາ​ທີ່​ມີ​ຕໍ່​ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ມອດ​ລົງ
22 ແຕ່​ເຮົາ​ໄດ້​ຫົດ​ມື​ຂອງ​ເຮົາ​ໄວ້ ແລະ​ເຮັດ​ໂດຍ​ເຫັນ­ແກ່​ນາມ​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້​ຊື່​ນັ້ນ​ເປັນ​ມົນ­ທິນ​ໃນ​ສາຍ­ຕາ​ຂອງ​ປະ­ຊາ­ຊາດ​ທັງ­ຫລາຍ ຊຶ່ງ​ເຮົາ​ໄດ້​ນຳ​ຊົນ­ຊາດ​ອິສຣາເອນ​ອອກ​ມາ​ຕໍ່­ໜ້າ​ພວກ­ເຂົາ

2
20/23.txt Normal file
View File

@ -0,0 +1,2 @@
\v 23 \v 24 ຫລາຍ­ກວ່າ​ນັ້ນ​ອີກ ເຮົາ​ໄດ້​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ວ່າ ເຮົາ​ຈະ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ ແລະ​ກະ­ຈາຍ​ພວກ­ເຂົາ​ໄປ​ຢູ່​ຕາມ​ປະ­ເທດ​ຕ່າງໆ
24 ເພາະ­ວ່າ​ພວກ­ເຂົາ​ບໍ່­ໄດ້​ເຮັດ​ຕາມ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແຕ່​ໄດ້​ປະ­ຕິ­ເສດ​ບໍ່​ຮັບ​ກົດ­ເກນ​ຂອງ​ເຮົາ ແລະ​ເຮັດ­ໃຫ້​ວັນ​ສະ­ບາ​ໂຕ​ຂອງ​ເຮົາ​ສະ­ທ້ານ ແລະ​ໃນ­ຕາ​ຂອງ​ພວກ­ເຂົາ​ກໍ​ຈັບ​ຢູ່​ທີ່​ຮູບ​ເຄົາ­ລົບ​ຂອງ​ບັນ­ພະ­ບູ­ລຸດ​ຂອງ­ຕົນ

2
20/25.txt Normal file
View File

@ -0,0 +1,2 @@
\v 25 \v 26 ຫລາຍ­ກວ່າ​ນັ້ນ​ອີກ ເຮົາ​ໄດ້​ໃຫ້​ກົດ­ເກນ​ທີ່​ບໍ່​ດີ ແລະ​ໃຫ້​ຂໍ້​ກົດ­ໝາຍ ຊຶ່ງ​ພວກ­ເຂົາ​ຈະ​ດຳ­ລົງ​ຊີ­ວິດ​ບໍ່­ໄດ້
26 ແລະ​ເຮົາ​ກໍ­ໄດ້​ໃຫ້​ພວກ­ເຂົາ​ເປັນ​ມົນ­ທິນ​ດ້ວຍ​ເຄື່ອງ​ຖວາຍ​ຂອງ​ເຂົາ​ເອງ ໂດຍ​ໃຫ້​ພວກ­ເຂົາ​ຖວາຍ​ລູກ​ຫົວ­ປີ​ໃຫ້​ລຸຍ​ໄຟ ເພື່ອ​ເຮົາ​ຈະ​ເຮັດ­ໃຫ້​ພວກ­ເຂົາ​ຮ້າງ​ເປົ່າ ເພື່ອ​ໃຫ້​ພວກ­ເຂົາ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ

3
20/27.txt Normal file
View File

@ -0,0 +1,3 @@
\v 27 \v 28 \v 29 ເພາະ­ສະ­ນັ້ນ ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ເວົ້າ­ກັບ​ເຊື້ອ­ສາຍ​ອິສຣາເອນ ແລະ​ກ່າວ​ແກ່​ພວກ­ເຂົາ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໃນ​ເລື່ອງ​ນີ້​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ​ກໍ­ໄດ້​ໝິ່ນ­ປະ­ໝາດ​ເຮົາ​ອີກ ໂດຍ​ໄດ້​ເຮັດ­ການ​ລະ­ເມີດ​ຕໍ່​ເຮົາ
28 ເພາະ­ວ່າ​ເມື່ອ​ເຮົາ​ໄດ້​ນຳ​ພວກ­ເຂົາ​ເຂົ້າ​ມາ​ໃນ​ແຜ່ນ­ດິນ​ທີ່​ເຮົາ​ປະ­ຕິ­ຍານ​ວ່າ​ຈະ­ໃຫ້​ພວກ­ເຂົາ​ນັ້ນ ເມື່ອ​ພວກ­ເຂົາ​ເຫັນ​ໂນນ­ພູ​ສູງ​ໃນ​ທີ່​ໃດ ຫລື​ເຫັນ​ຕົ້ນ­ໄມ້​ໃບ​ດົກ​ທີ່​ໃດ ພວກ­ເຂົາ​ກໍ​ຖວາຍ​ເຄື່ອງ­ບູ­ຊາ​ອັນ​ເປັນ​ທີ່​ໃຫ້​ເຄືອງ​ໃຈ​ເຮົາ ໃນ​ບ່ອນ­ນັ້ນ ພວກ­ເຂົາ​ໄດ້​ຖວາຍ​ກິ່ນ​ທີ່​ພໍ­ໃຈ ແລະ​ຖອກ​ເຄື່ອງ​ດື່ມ​ບູ­ຊາ​ອອກ​ບ່ອນ­ນັ້ນ
29 ເຮົາ​ໄດ້​ຖາມ​ພວກ­ເຂົາ​ວ່າ ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ​ຊຶ່ງ​ເຈົ້າ​ເຂົ້າ­ໄປ​ນັ້ນ​ຄື​ຫຍັງ ແລະ​ພວກ­ເຂົາ​ຈຶ່ງ​ເອີ້ນ​ຊື່​ບ່ອນ­ນັ້ນ​ວ່າ ບາ­ມາ ສືບ​ເນື່ອງ​ມາ​ຈົນ​ເຖິງ​ມື້​ວັນ​ນີ້