Wed Oct 16 2019 17:52:18 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-16 17:52:18 +07:00
parent f80d5ea427
commit 7e7f14f41e
8 changed files with 14 additions and 2 deletions

View File

@ -1 +1 @@
ບົດທີ 30
ບົດທີ 29

3
30/01.txt Normal file
View File

@ -0,0 +1,3 @@
\c 30 \v 1 \v 2 \v 3 ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ພະ­ເຈົ້າ​ອີ​ກວ່າ
2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ປະ­ກາດ​ພຣະ­ທຳ ແລະ​ກ່າວ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຈົ່ງ​ຮ້ອງ­ໄຫ້​ຮ່ຳ­ໄຮ​ສາ​ວ່າ ‘ອະ​ນິດ​ຈັງ​ນໍ ມື້​ນັ້ນ’
3 ເພາະ​ມື້​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ ວັນ​ແຫ່ງ​ພຣະ­ຜູ້­ເປັນ­ເຈົ້າ​ໃກ້​ເຂົ້າ​ມາ​ຈະ​ເປັນ​ມື້​ທີ່​ມີ​ເມກ ເປັນ​ເວ­ລາ​ທີ່​ກຳ­ນົດ​ຂອງ​ປະ­ຊາ­ຊາດ

2
30/04.txt Normal file
View File

@ -0,0 +1,2 @@
\v 4 \v 5 ດາບ​ເຫລັ້ມ​ໜຶ່ງ​ຈະ​ມາ​ເໜືອ​ເອ­ຢິບ ແລະ​ຄວາມ​ແສນ​ລະ​ທົມ​ຈະ​ຢູ່­ໃນ​ເອ­ທີ­ໂອ­ເປຍ ຄົນ­ທີ່​ຖືກ​ຂ້າ​ຈະ​ລົ້ມ­ລົງ​ໃນ​ເອ­ຢິບ ແລະ​ພວກ­ເຂົາ​ຈະ​ນຳ​ຝູງ​ຄົນ​ຂອງ​ເມືອງ​ນັ້ນ​ໄປ ແລະ​ຮາກ­ຖານ​ຂອງ​ເມືອງ​ນັ້ນ​ກໍ​ຈະ​ຖືກ​ທຳ­ລາຍ​ລົງ
5 ເອ­ທີ­ໂອ­ເປຍ ປຸດ ລູດ ແລະ​ຄົນ​ຕ່າງ­ດ້າວ​ທັງ­ປວງ ແລະ​ລີ­ເບຍ ແລະ​ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ນັ້ນ​ທີ່­ຢູ່​ໃນ​ຂົງ­ເຂດ​ດັ່ງ­ກ່າວ ກໍ​ຈະ​ລົ້ມ­ລົງ​ພ້ອມ­ກັບ​ພວກ­ເຂົາ​ດ້ວຍ​ດາບ

2
30/06.txt Normal file
View File

@ -0,0 +1,2 @@
\v 6 \v 7 ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຄົນ​ເຫລົ່າ­ນັ້ນ​ທີ່​ສະ­ໜັບ­ສະ­ໜູນ​ເອ­ຢິບ​ຈະ​ຫລົ້ມ­ຈົມ ແລະ​ອາ­ນຸ­ພາບ​ອັນ​ອວດ​ອ້າງ​ຈອງ­ຫອງ​ຂອງ​ມັນ​ຈະ​ລົງ­ມາ ຈາກ​ມິກ­ໂດນ​ໄປ​ເຖິງ​ສີ­ເອ­ເນ ພວກ­ເຂົາ​ຈະ​ລົ້ມ­ລົງ​ພາຍ­ໃນ​ປະ­ເທດ​ນັ້ນ​ດ້ວຍ​ດາບ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ
7 ແລະ​ມັນ​ຈະ​ຮ້າງ​ເປົ່າ​ຢູ່​ທ່າມ­ກາງ​ປະ­ເທດ​ທີ່​ຮ້າງ​ເປົ່າ​ທັງ­ຫລາຍ ແລະ​ຫົວ​ເມືອງ​ຂອງ​ມັນ​ຈະ​ຢູ່​ທ່າມ­ກາງ​ຫົວ​ເມືອງ​ທີ່​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ

2
30/08.txt Normal file
View File

@ -0,0 +1,2 @@
\v 8 \v 9 ພວກ­ເຂົາ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ ເມື່ອ​ເຮົາ​ວາງ​ແປວ­ໄຟ​ທີ່​ເອ­ຢິບ ແລະ​ຜູ້​ຊ່ວຍ​ທັງ​ໝົດ​ຂອງ​ມັນ​ກໍ​ທະ­ລາຍ​ແລ້ວ
9 ແລະ​ໃນ​ມື້​ນັ້ນ​ຜູ້​ສົ່ງ​ຂ່າວ​ຈະ​ລົງ​ເຮືອ​ໄປ​ຈາກ​ເຮົາ ເພື່ອ­ຈະ​ເຮັດ­ໃຫ້​ຄົນ​ເອ­ທີ­ໂອ­ເປຍ​ທີ່​ຢ້ານ​ກົວ​ຢູ່ນັ້ນ​ໂກດ​ຮ້າຍ ຄວາມ​ແສນ​ລະ​ທົມ​ຈະ​ມາ​ເຖິງ​ພວກ­ເຂົາ​ເຫລົ່າ­ນັ້ນ ເໝືອນ​ໃນ​ວັນ​ກຳ­ນົດ​ຂອງ​ເອ­ຢິບ ເພາະ​ເບິ່ງ​ແມ ວັນ​ນັ້ນ​ມາ​ເຖິງ​ແທ້ໆ

2
30/10.txt Normal file
View File

@ -0,0 +1,2 @@
\v 10 \v 11 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເຮົາ​ຈະ​ເຮັດ­ໃຫ້​ຄົນ​ທັງ­ຫລາຍ​ຂອງ​ເອ­ຢິບ​ສິ້ນ­ສຸດ​ລົງ ດ້ວຍ​ມື​ຂອງ​ເນ­ບູ­ກາດ­ເນັດ­ຊາ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ
11 ຕົວ​ເພິ່ນ​ພ້ອມ­ກັບ​ຊົນ­ຊາດ​ຂອງ​ເພິ່ນ​ຄື​ຊົນ­ຊາດ​ທີ່​ທາ­ລຸນ​ທີ່­ສຸດ​ໃນ​ບັນ­ດາ​ປະ­ຊາ­ຊາດ ຈະ​ຖືກ​ນຳ​ເຂົ້າ​ມາ​ເພື່ອ​ທຳ­ລາຍ​ແຜ່ນ­ດິນ​ນັ້ນ ແລະ​ພວກ­ເຂົາ​ຈະ​ຖອດ​ດາບ​ອອກ​ຕໍ່­ສູ້​ເອ­ຢິບ ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄົນ­ທີ່​ຖືກ​ຂ້າ

1
30/12.txt Normal file
View File

@ -0,0 +1 @@
\v 12 ເຮົາ​ຈະ​ເຮັດ­ໃຫ້​ແມ່­ນ້ຳ​ທັງ­ຫລາຍ​ແຫ້ງ​ລົງ ເຮົາ​ຈະ​ຂາຍ​ແຜ່ນ­ດິນ​ນັ້ນ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ ເຮົາ​ຈະ​ເຮັດ­ໃຫ້​ແຜ່ນ­ດິນ ແລະ​ສາ­ລະ­ພັດ​ທີ່­ຢູ່​ເທິງ​ແຜ່ນ­ດິນ​ນັ້ນ​ຮ້າງ​ເປົ່າ​ໂດຍ​ມື​ຂອງ​ຄົນ​ຕ່າງ­ດ້າວ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ

View File

@ -1 +1 @@
ບົດທີ
ບົດທີ 30