Fri Oct 11 2019 22:48:27 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-11 22:48:27 +07:00
parent 31e818e38d
commit 6e0d331ae6
9 changed files with 18 additions and 1 deletions

View File

@ -1,3 +1,3 @@
\c 4 \v 1 \v 2 \v 3 “ບຸດ​ມະ­ນຸດ​ເອີຍ ເຈົ້າ​ຈົ່ງ​ເອົາ​ກ້ອນ​ດິນ­ຈີ່​ມາ​ວາງ​ໄວ້​ຕໍ່­ໜ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ໜຶ່ງ​ໄວ້​ເທິງ​ນັ້ນ​ຄື​ເມືອງ​ເຢ­ຣູ­ຊາ­ເລັມ
\c 4 \v 1 \v 2 \v 3 ແດ່ເຈົ້າ, “ບຸດ​ມະ­ນຸດ​ເອີຍ, ຈົ່ງ​ເອົາ​ກ້ອນ​ດິນ­ຈີ່​ມາ​ວາງ​ໄວ້​ຕໍ່­ໜ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ໜຶ່ງ​ໄວ້​ເທິງ​ນັ້ນ​ຄື​ເມືອງ​ເຢ­ຣູ­ຊາ­ເລັມ
2 ຈົ່ງ​ອ້ອມ​ເມືອງ​ນັ້ນ​ໄວ້ ແລະ​ກໍ່​ກຳ­ແພງ​ອ້ອມ​ໄວ້​ຮອບ​ເມືອງ​ນັ້ນ​ດ້ວຍ ກໍ່​ກອງ​ດິນ​ໄວ້​ສູ້​ເມືອງ​ນັ້ນ ແລະ​ຕັ້ງ­ຄ້າຍ​ອ້ອມ​ເມືອງ​ໄວ້ ຕັ້ງ​ເຄື່ອງ​ທຳ­ລາຍ​ກຳ­ແພງ​ໄວ້​ຮອບ​ເມືອງ
3 ຈົ່ງ​ຫາ​ແຜ່ນ​ເຫລັກ​ມາ ແລະ​ວາງ​ແຜ່ນ​ເຫລັກ​ນັ້ນ​ເປັນ​ກຳ­ແພງ​ເຫລັກ​ລະ­ຫວ່າງ​ເຈົ້າ​ກັບ​ເມືອງ​ນັ້ນ ແລະ​ເຈົ້າ​ຈົ່ງ​ຫັນ​ໜ້າ​ສູ່​ເມືອງ​ນັ້ນ ໃຫ້​ເມືອງ​ນັ້ນ​ຖືກ​ອ້ອມ ແລ້ວ​ເຈົ້າ​ຈົ່ງ​ສັ່ງ​ການ​ອ້ອມ​ເຂົ້າ­ໄປ ນີ້​ເປັນ​ໝາຍ​ສຳ­ຄັນ​ສຳ­ລັບ​ເຊື້ອ­ສາຍ​ອິສຣາເອນ

2
05/01.txt Normal file
View File

@ -0,0 +1,2 @@
\c 5 \v 1 \v 2 1 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ເຈົ້າ​ຈົ່ງ​ເອົາ​ມີດ​ຄົມ​ດວງ​ໜຶ່ງ ຈົ່ງ​ເອົາ​ມີດ­ແຖ​ຂອງ​ຊ່າງ­ຕັດ­ຜົມ ຈົ່ງ​ແຖ​ຜົມ ແລະ​ແຖ​ໜວດ​ຂອງ​ເຈົ້າ ເອົາ​ຕາ­ຊັ່ງ​ສຳ­ລັບ​ຊັ່ງ​ມາ ແບ່ງ​ຜົມ​ນັ້ນ​ອອກ
2 ເມື່ອ​ມື້​ແຫ່ງ​ການ​ປິດ​ລ້ອມ​ຄົບ­ຖ້ວນ​ແລ້ວ ເຈົ້າ​ຈົ່ງ​ເຜົາ​ໜຶ່ງ​ໃນ​ສາມ​ສ່ວນ​ເສຍ​ໃນ​ໄຟ​ກາງ​ເມືອງ ແລະ​ເອົາ​ໜຶ່ງ​ໃນ​ສາມ​ອີກ ສ່ວນ​ໜຶ່ງ​ມາ ເອົາ​ມີດ​ຟັນ​ໃຫ້​ຮອບ​ເມືອງ ແລະ​ໜຶ່ງ​ໃນ​ສາມ​ອີກ​ສ່ວນ​ໜຶ່ງ​ນັ້ນ ເຈົ້າ​ຈົ່ງ​ໃຫ້​ລົມ­ພັດ​ກະ­ຈາຍ​ໄປ ແລະ​ເຮົາ​ຈະ​ຖອດ​ດາບ​ອອກ​ຕາມ​ໄປ

2
05/03.txt Normal file
View File

@ -0,0 +1,2 @@
\v 3 \v 4 ແລະ​ເຈົ້າ​ຈົ່ງ​ເອົາ​ເສັ້ນ­ຜົມ​ນັ້ນ​ມາ​ໜ້ອຍ​ໜຶ່ງ ມັດ​ຕິດ​ໄວ້​ທີ່​ເສື້ອ­ຄຸມ​ຂອງ​ເຈົ້າ
4 ແລະ​ຈົ່ງ​ເອົາ­ຜົມ​ເຫລົ່າ​ນີ້​ມາ​ອີກ ຈົ່ງ​ໂຍນ​ເຂົ້າ­ໄປ​ໃນ​ໄຟ​ໃຫ້​ໄໝ້​ເສຍ​ໃນ​ໄຟ​ນັ້ນ ຈາກ​ບ່ອນ­ນັ້ນ ຈະ​ມີ​ໄຟ​ເຂົ້າ­ໄປ​ໃນ​ເຊື້ອ­ສາຍ​ອິສຣາເອນ​ທັງ​ໝົດ

2
05/05.txt Normal file
View File

@ -0,0 +1,2 @@
\v 5 \v 6 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ນີ້​ຄື​ເຢ­ຣູ­ຊາ­ເລັມ ເຮົາ​ຕັ້ງ​ນາງ​ໄວ້​ໃນ​ທ່າມ­ກາງ​ປະ­ຊາ­ຊາດ ແລະ​ປະ­ເທດ​ທັງ­ຫລາຍ​ທີ່­ຢູ່​ອ້ອມ­ຮອບ
6 ເຢ­ຣູ­ຊາ­ເລັມ​ໄດ້​ປ່ຽນ​ຄຳ​ຕັດ­ສິນ​ຂອງ​ເຮົາ​ໃຫ້­ເປັນ​ສິ່ງ​ທີ່​ຊົ່ວ­ຮ້າຍ​ຫລາຍ­ກວ່າ​ປະ­ຊາ­ຊາດ​ໃດໆ ແລະ​ໄດ້​ປ່ຽນ​ກົດ­ເກນ​ຂອງ​ເຮົາ​ຫລາຍ­ກວ່າ​ປະ­ເທດ​ທີ່­ຢູ່​ອ້ອມ­ຮອບ ໂດຍ​ປະ­ຕິ­ເສດ​ບໍ່​ຮັບ​ຄຳ​ຕັດ­ສິນ​ຂອງ​ເຮົາ ແລະ​ບໍ່​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ເຮົາ

2
05/07.txt Normal file
View File

@ -0,0 +1,2 @@
\v 7 \v 8 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເພາະ​ເຫດ​ວ່າ​ເຈົ້າ​ກະ­ບົດ​ຫລາຍ­ກວ່າ​ປະ­ຊາ­ຊາດ​ທີ່­ຢູ່​ຮອບ​ເຈົ້າ ແລະ​ບໍ່­ໄດ້​ດຳ­ເນີນ​ຕາມ​ກົດ­ເກນ ຫລື​ຮັກ­ສາ​ຄຳ​ຕັດ­ສິນ​ຂອງ​ເຮົາ ແຕ່​ໄດ້​ປະ­ພຶດ​ຕາມ​ຄຳ​ຕັດ­ສິນ​ຂອງ​ປະ­ຊາ­ຊາດ​ທີ່­ຢູ່​ຮອບ​ເຈົ້າ
8 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ເບິ່ງ​ແມ ເຮົາ​ນີ້­ແຫລະ​ເປັນ​ສັດ­ຕູ​ກັບ​ເຈົ້າ ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ທ່າມ­ກາງ​ສາຍ­ຕາ​ຂອງ​ປະ­ຊາ­ຊາດ​ທັງ­ຫລາຍ

2
05/09.txt Normal file
View File

@ -0,0 +1,2 @@
\v 9 \v 10 ແລະ​ຍ້ອນ​ການ​ໜ້າ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ ເຮົາ​ຈະ​ເຮັດ​ແກ່​ເຈົ້າ​ເໝືອນ​ທີ່​ເຮົາ​ບໍ່​ເຄີຍ​ເຮັດ ແລະ​ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ຕໍ່­ໄປ​ອີກ
10 ເພາະ­ສະ­ນັ້ນ ພໍ່​ຈະ​ກິນ​ລູກ­ຊາຍ​ຂອງ­ຕົນ​ທ່າມ­ກາງ​ເຈົ້າ​ທັງ­ຫລາຍ ແລະ​ບັນ­ດາ​ລູກ­ຊາຍ​ຈະ​ກິນ​ພໍ່​ຂອງ­ຕົນ ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ ຜູ້­ໃດ​ໃນ​ພວກ​ເຈົ້າ​ທີ່​ເຫລືອ​ຢູ່ ເຮົາ​ຈະ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​ຕາມ​ລົມ​ທຸກ​ທິດ

2
05/11.txt Normal file
View File

@ -0,0 +1,2 @@
\v 11 \v 12 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ສິ່ງ​ໜ້າ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ ເຮົາ​ຈະ​ຕັດ​ເຈົ້າ​ລົງ ໃນ­ຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີ ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ
12 ພວກ​ເຈົ້າ​ໜຶ່ງ​ສ່ວນ​ສາມ​ຈະ​ຕາຍ​ເພາະ​ພະ­ຍາດ​ລະ­ບາດ​ແລະ​ຈິບ­ຫາຍ​ດ້ວຍ​ການ​ອຶດ­ຢາກ​ອາ­ຫານ​ໃນ​ໝູ່​ພວກ​ເຈົ້າ ອີກ​ໜຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ຢູ່​ຮອບ​ເຈົ້າ ແລະ​ອີກ​ໜຶ່ງ​ສ່ວນ​ສາມ ເຮົາ​ຈະ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​ຕາມ​ລົມ​ທຸກ​ທິດ ແລະ​ເຮົາ​ຈະ​ຖອດ​ດາບ​ອອກ​ໄລ່​ຕາມ​ພວກ­ເຂົາ​ທັງ­ຫລາຍ​ໄປ

2
05/13.txt Normal file
View File

@ -0,0 +1,2 @@
\v 13 \v 14 ຊັ່ນ​ນີ້­ແຫລະ ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ​ຈະ​ມອດ​ລົງ​ແລະ​ເຮົາ​ຈະ​ລະ­ບາຍ​ຄວາມ​ຮ້າຍ​ຂອງ​ເຮົາ​ຈົນ​ໝົດ ແລະ​ພໍ­ໃຈ​ແລ້ວ ພວກ­ເຂົາ​ທັງ­ຫລາຍ​ຈະ​ໄດ້​ຮູ້­ວ່າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ກ່າວ​ເຊັ່ນ​ນີ້​ດ້ວຍ​ໃຈ​ຈົດ­ຈໍ່​ເມື່ອ​ຄວາມ​ຮ້າຍ​ຂອງ​ເຮົາ​ຕໍ່​ພວກ­ເຂົາ​ມອດ​ລົງ​ແລ້ວ
14 ຍິ່ງ​ໄປ​ກວ່າ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ອັບ­ອາຍ​ຂາຍ­ໜ້າ​ແລະ​ເປັນ​ທີ່​ປະ­ນາມ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ ແລະ​ໃນ​ສາຍ­ຕາ​ຂອງ​ບັນ­ດາ​ຜູ້​ທີ່​ຜ່ານ­ໄປ

3
05/15.txt Normal file
View File

@ -0,0 +1,3 @@
\v 15 \v 16 \v 17 ຈົ້າ​ຈະ​ເປັນ​ທີ່​ປະ­ນາມ ແລະ​ເຍາະ­ເຍີ້ຍ ເປັນ​ຄຳ​ສັ່ງ­ສອນ​ແລະ​ເປັນ​ທີ່​ໜ້າ​ອັບ­ອາຍ​ແກ່​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ ເມື່ອ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຮ້າຍ ແລະ​ຄວາມ​ຮ້ອນ­ຮົນ ກັບ​ການ​ຕິ­ຕຽນ​ຢ່າງ​ໂກດ​ຮ້າຍ​ຂອງ​ເຮົາ ເຮົາ​ພຣະ­ຜູ້­ເປັນ­ເຈົ້າ ໄດ້​ລັ່ນ​ຄຳ​ເວົ້າ​ເຊັ່ນ​ນີ້​ແລ້ວ
16 ເມື່ອ​ເຮົາ​ຈະ​ປ່ອຍ​ລູກ​ໜ້າ​ທະ­ນູ​ແຫ່ງ​ການ​ອຶດ­ຢາກ​ອາ­ຫານ ຄື​ລູກ​ທະ­ນູ​ແຫ່ງ​ການ​ທຳ­ລາຍ​ໃນ​ທ່າມ­ກາງ​ເຈົ້າ ຊຶ່ງ​ເຮົາ​ຈະ​ປ່ອຍ​ໄປ​ທຳ­ລາຍ​ເຈົ້າ ແລະ​ເມື່ອ​ເຮົາ​ເພີ່ມ​ການ​ອຶດ­ຢາກ​ອາ­ຫານ​ໃຫ້​ເຈົ້າ ທຳ­ລາຍ​ອາ­ຫານ​ຫລັກ​ຂອງ​ເຈົ້າ​ເສຍ
17 ເຮົາ​ຈະ​ສົ່ງ​ຄວາມ​ອຶດ­ຢາກ​ອາ­ຫານ ແລະ​ສັດ­ປ່າ​ຮ້າຍ​ມາ​ສູ້​ເຈົ້າ ມັນ​ຈະ​ປຸ້ນ​ລູກ­ຫລານ​ຂອງ​ເຈົ້າ​ໄປ ພະ­ຍາດ​ລະ­ບາດ ແລະ​ເລືອດ​ຈະ​ຜ່ານ​ເຈົ້າ ແລະ​ເຮົາ​ຈະ​ນຳ​ດາບ​ມາ​ເໜືອ​ເຈົ້າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ລັ່ນ​ຄຳ​ເວົ້າ​ເຊັ່ນ​ນີ້​ແລ້ວ”