Mon Oct 14 2019 00:05:07 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-14 00:05:08 +07:00
parent afe647c1bb
commit 5459bba3fe
11 changed files with 18 additions and 0 deletions

1
18/05.txt Normal file
View File

@ -0,0 +1 @@
\v 5 \v 6 ສົມ­ມຸດ​ວ່າ​ມີ­ຄົນ​ດີ​ທີ່​ສັດ­ຊື່ ແລະ​ຊອບ­ທຳ​ແທ້​ຈັກ​ຄົນ​ໜຶ່ງ ຄົນ​ນັ້ນ​ບໍ່​ຂາບ­ໄຫວ້​ຮູບ​ເຄົາ­ລົບ​ຂອງ​ຊາວ​ອິສຣາເອນ ຫລື​ບໍ່​ກິນ​ຂອງ​ທີ່​ເອົາ​ບູ­ຊາ​ໃນ​ສະ­ຖານ­ທີ່​ທີ່​ເຮົາ​ຫ້າມ ບໍ່​ລໍ້­ລວງ​ຫລິ້ນ​ເມຍ​ຂອງ​ຄົນ​ອື່ນ ບໍ່​ຮ່ວມ​ເພດ​ກັບ​ຍິງ​ທີ່​ກຳ­ລັງ​ເປັນ​ລະດູ.

3
18/07.txt Normal file
View File

@ -0,0 +1,3 @@
\v 7 \v 8 \v 9 ບໍ່​ສໍ້​ໂກງ ຫລື​ບີບ­ບີ້​ຄົນ​ໜຶ່ງ​ຄົນ​ໃດ ແຕ່​ສົ່ງ​ສິ່ງ​ຂອງ​ຈຳ­ນຳ​ຄືນ​ໃຫ້​ແກ່​ລູກ​ໜີ້ ໃຫ້​ອາ­ຫານ​ແກ່​ຜູ້​ທີ່​ອຶດ­ຢາກ ແລະ​ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ບໍ່­ມີ
8 ບໍ່­ໄດ້​ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ­ເບ້ຍ ປະ­ຕິ­ເສດ​ບໍ່­ຍອມ​ເຮັດ​ຄວາມ​ຊົ່ວ ໃຫ້​ຄວາມ­ຍຸດ­ຕິ­ທຳ​ແກ່​ຜູ້​ເປັນຄວາມ.
9 ເຊື່ອ​ຟັງ​ຄຳ​ສັ່ງ ແລະ​ເຮັດ​ຕາມ​ພຣະ­ທຳ​ຂອງ​ເຮົາ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່ ແລະ​ຊື່­ສັດ​ສຸດ­ຈະ­ລິດ ຜູ້­ນັ້ນ​ແຫລະ​ຄື​ຄົນ​ຊອບ­ທຳ ລາວ​ຈະ​ມີ­ຊີ­ວິດ​ຢູ່ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ແຫລະ.

1
18/10.txt Normal file
View File

@ -0,0 +1 @@
\v 10 \v 11 ອີກ​ຢ່າງ​ໜຶ່ງ​ສົມ­ມຸດ​ວ່າ ຜູ້­ນັ້ນ​ມີ​ລູກ­ຊາຍ​ຂີ້­ລັກ​ແລະ​ຂ້າ​ຄົນ ເປັນ​ຜູ້​ເຮັດ​ສິ່ງ​ທີ່​ພໍ່​ຂອງ­ຕົນ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ ລາວ​ກິນ​ເຄື່ອງ​ທີ່​ເອົາ​ມາ​ບູ­ຊາ​ໃນ​ສະ­ຖານ­ທີ່​ທີ່​ເຮົາ​ຫ້າມ ລໍ້­ລວງ​ຫລິ້ນ​ເມຍ​ຂອງ​ຄົນ​ອື່ນ

2
18/12.txt Normal file
View File

@ -0,0 +1,2 @@
\v 12 \v 13 2 ບັງ­ຄັບ​ສໍ້​ໂກງ​ຄົນ​ຍາກ­ຈົນ ໃຊ້​ຄວາມ​ຮຸນ­ແຮງ​ຍາດ​ຊີງ​ເຄື່ອງ​ຂອງ​ຄົນ​ອື່ນ ບໍ່­ຍອມ​ຄືນ​ຂອງ​ໃຫ້​ແກ່​ຜູ້​ເອົາ​ມາ​ຈຳ­ນຳ ຂາບ­ໄຫວ້​ຮູບ​ເຄົາ­ລົບ ເຮັດ​ສິ່ງ​ທີ່​ໜ້າ​ຂີ້ດຽດ.
13 ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ­ເບ້ຍ ແລ້ວ​ຄົນ​ຜູ້​ນີ້​ຄວນ​ຈະ​ມີ­ຊີ­ວິດ​ຢູ່​ບໍ? ລາວ​ຈະ​ມີ­ຊີ­ວິດ​ຢູ່​ບໍ່­ໄດ້ ເພາະ­ວ່າ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ຂີ້­ດຽດ ແລະ​ລະ­ອາຍ​ເຫລົ່າ​ນີ້​ມາ​ແລ້ວ ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ການ​ກະ­ທຳ​ນັ້ນ ແລະ​ຕ້ອງ​ຮັບ­ຜິດ­ຊອບ​ເອົາ​ເອງ​ໃນ​ການ­ຕາຍ​ນັ້ນ.

2
18/14.txt Normal file
View File

@ -0,0 +1,2 @@
\v 14 \v 15 ບັດ­ນີ້ ສົມ­ມຸດ​ວ່າ​ຄົນ​ຜູ້​ນີ້​ມີ​ລູກ­ຊາຍ​ຢູ່​ຜູ້​ໜຶ່ງ ລູກ­ຊາຍ​ຜູ້​ນີ້​ໄດ້​ເຫັນ​ພໍ່​ເຮັດ​ບາບ​ທຸກ​ຢ່າງ ແຕ່​ບໍ່­ໄດ້​ເຮັດ​ຕາມ.
15 ບໍ່­ໄດ້​ຂາບ­ໄຫວ້​ຮູບ​ເຄົາ­ລົບ​ແຫ່ງ​ອິສຣາເອນ ບໍ່​ກິນ​ຂອງ​ທີ່​ເອົາ​ບູ­ຊາ​ໃນ​ສະ­ຖານ­ທີ່​ທີ່​ເຮົາ​ຫ້າມ ບໍ່​ລໍ້­ລວງ​ຫລິ້ນ​ເມຍ​ຂອງ​ຄົນ​ອື່ນ

2
18/16.txt Normal file
View File

@ -0,0 +1,2 @@
\v 16 \v 17 ບໍ່​ກົດ­ຂີ່​ຂົ່ມ­ເຫັງ ຫລື​ໂລບ​ເອົາ​ຂອງ​ຄົນ​ໜຶ່ງ​ຄົນ​ໃດ ລາວ​ຄືນ​ຂອງ​ຈຳ­ນຳ​ໃຫ້​ແກ່​ລູກ​ໜີ້ ໃຫ້​ອາ­ຫານ​ແກ່​ຜູ້​ທີ່​ຫິວ​ແລະ​ໃຫ້​ເສື້ອ­ຜ້າ​ແກ່​ຜູ້​ທີ່​ບໍ່ມີ.
17 ບໍ່­ຍອມ​ເຮັດ​ຊົ່ວ ບໍ່­ໄດ້​ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ­ເບ້ຍ​ເປັນ​ຜູ້​ປະ­ພຶດ​ຕາມ​ພຣະ­ທຳ ແລະ​ຄຳ​ສັ່ງ​ຂອງ​ເຮົາ ສະ­ນັ້ນ​ລາວ​ຈະ​ບໍ່​ຕາຍ​ຍ້ອນ​ບາບ​ທີ່​ພໍ່​ໄດ້​ເຮັດ ແຕ່​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ.

1
18/18.txt Normal file
View File

@ -0,0 +1 @@
\v 18 ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ສໍ້​ໂກງ ຂີ້­ລັກ ແລະ​ເຮັດ​ຊົ່ວ​ກັບ​ທຸກ​ຄົນ​ສະ­ເໝີ ດັ່ງ­ນັ້ນ ລາວ​ຈຶ່ງ​ຕ້ອງ​ຕາຍ​ຍ້ອນ​ບາບ​ຂອງຕົນ.

2
18/19.txt Normal file
View File

@ -0,0 +1,2 @@
\v 19 \v 20 9 ແຕ່​ເຈົ້າ​ຖາມ­ວ່າ ເປັນ­ຫຍັງ​ລູກ­ຊາຍ​ຈຶ່ງ​ບໍ່­ໄດ້​ຮັບ­ໂທດ​ຍ້ອນ​ບາບ​ຂອງ​ພໍ່? ຄຳ​ຕອບ​ກໍ​ຄື​ລູກ­ຊາຍ​ໄດ້​ເຮັດ​ດີ ແລະ​ຊອບ­ທຳ ໄດ້​ຮັກ­ສາ​ພຣະ­ທຳ ແລະ​ໄດ້​ປະ­ພຶດ​ຕາມ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່ ດັ່ງ­ນັ້ນ ລາວ​ຈຶ່ງ​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ.
20 ຜູ້­ໃດ​ເຮັດ​ບາບ​ຜູ້­ນັ້ນ​ຈະ​ຕ້ອງ​ຕາຍ ບໍ່​ແມ່ນ​ວ່າ​ລູກ­ຊາຍ​ຕ້ອງ​ໄດ້​ຮັບ­ໂທດ​ຍ້ອນ​ບາບ​ຂອງ​ພໍ່ ຫລື​ພໍ່​ຕ້ອງ​ຮັບ­ໂທດ​ຍ້ອນ​ບາບ​ຂອງ​ລູກ​ດອກ ຄົນ​ດີ​ກໍ​ຈະ​ໄດ້­ຮັບ​ຜົນ​ດີ ແລະ​ຄົນ​ຊົ່ວ​ກໍ​ຈະ​ໄດ້­ຮັບ​ຜົນ​ຊົ່ວ.

2
18/21.txt Normal file
View File

@ -0,0 +1,2 @@
\v 21 \v 22 ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ບາບ ແລະ​ປະ­ພຶດ​ຕາມ​ພຣະ­ທຳ​ຂອງ​ເຮົາ ເຮັດ​ແຕ່​ສິ່ງ​ທີ່​ດີ ແລະ​ຊອບ­ທຳ ລາວ­ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ­ຊີ­ວິດ​ຢູ່​ຢ່າງ​ແນ່ນອນ.
22 ເຮົາ​ຈະ­ໃຫ້​ອະ­ໄພ​ບາບ​ທັງ­ປວງ​ແກ່​ລາວ ແລ້ວ​ລາວ​ຈະ​ມີ­ຊີ­ວິດ​ຢູ່​ເພາະ­ວ່າ​ໄດ້​ເຮັດ​ຢ່າງ​ຊອບທຳ.”

1
18/23.txt Normal file
View File

@ -0,0 +1 @@
\v 23 3 ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ຖາມ­ວ່າ, “ເຈົ້າ​ຄິດ­ວ່າ​ເຮົາ​ດີ­ໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ​ຊັ້ນ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເຮົາ​ຈະ​ດີ­ໃຈ​ແຕ່​ເມື່ອ​ເຫັນ​ຄົນ​ປ່ຽນ​ໃຈ ແລະ​ມີ­ຊີ­ວິດ​ຢູ່​ເທົ່າ​ນັ້ນ.

1
18/24.txt Normal file
View File

@ -0,0 +1 @@
\v 24 ແຕ່​ຖ້າ​ຄົນ​ຊອບ­ທຳ​ເຊົາ​ເຮັດ​ດີ ເລີ່ມ​ຕົ້ນ​ເຮັດ​ຊົ່ວ​ຕ່າງໆ ເຮັດ​ສິ່ງ​ທີ່​ໜ້າ​ຂີ້­ດຽດ​ເຊັ່ນ​ດຽວ​ກັນ­ກັບ​ຄົນ​ຊົ່ວ ຄົນ​ຜູ້­ນັ້ນ​ຄວນ​ຈະ​ມີ­ຊີ­ວິດ​ຢູ່​ບໍ? ບໍ່­ມີ​ເລີຍ ຄວາມ​ດີ​ທີ່​ລາວ​ໄດ້​ເຮັດ​ມາ​ຈະ​ບໍ່​ປະ­ກົດ ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ບໍ່​ສັດ­ຊື່ ແລະ​ຍ້ອນ​ບາບ​ຂອງ​ລາວ​ເອງ.