Thu Oct 17 2019 09:27:16 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-17 09:27:17 +07:00
parent 6b072fcdd0
commit 1606ac2fee
10 changed files with 21 additions and 0 deletions

2
32/09.txt Normal file
View File

@ -0,0 +1,2 @@
\v 9 \v 10 ເມື່ອ​ເຮົາ​ທຳ­ລາຍ​ທ່ານ​ທ່າມ­ກາງ​ປະ­ຊາ­ຊາດ​ໃນ​ປະ­ເທດ​ຊຶ່ງ​ທ່ານ​ບໍ່​ຮູ້­ຈັກ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ຈິດ­ໃຈ​ຂອງ​ຊົນ­ຊາດ​ທັງ­ຫລາຍ​ລຳ­ບາກ
10 ເມື່ອ​ເຮົາ​ແກວ່ງ​ດາບ​ຂອງ​ເຮົາ​ໄປ​ຕໍ່­ໜ້າ​ພວກ­ເຂົາ​ທັງ­ຫລາຍ​ເຮົາ​ຈະ​ເຮັດ­ໃຫ້​ຊົນ­ຊາດ​ທັງ­ຫລາຍ​ຕົກ­ໃຈ​ທີ່​ທ່ານ ແລະ​ກະ­ສັດ​ຂອງ​ພວກ­ເຂົາ​ຈະ​ສະ​ທົກ​ສະ­ທ້ານ ເພາະ​ທ່ານ​ໃນ​ມື້​ທີ່​ທ່ານ​ລົ້ມ­ລົງ​ນັ້ນ ພວກ­ເຂົາ​ທັງ­ຫລາຍ​ຈະ​ຕົວ​ສັ່ນ ເພາະ​ຫ່ວງ​ຊີ­ວິດ​ຂອງ​ຕົນ­ເອງ

2
32/11.txt Normal file
View File

@ -0,0 +1,2 @@
\v 11 \v 12 ເພາະ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ​ດາບ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ​ຈະ​ມາ​ເໜືອ​ທ່ານ
12 ເຮົາ​ຈະ​ເຮັດ­ໃຫ້​ປະ­ຊາ­ຊົນ​ຂອງ​ທ່ານ​ລົ້ມ­ລົງ​ດ້ວຍ​ດາບ​ຂອງ​ຜູ້​ມີ​ກຳ­ລັງ ທຸກ​ຄົນ​ກໍ​ລ້ວນ​ເປັນ​ຄົນ­ທີ່​ທາ­ລຸນ​ທີ່­ສຸດ​ໃນ​ບັນ­ດາ​ປະ­ຊາ­ຊາດ ພວກ­ເຂົາ​ຈະ​ນຳ​ຄວາມ​ອວດ­ອົ່ງ​ຂອງ​ເອ­ຢິບ​ໃຫ້​ມາ​ເຖິງ​ທີ່​ສິ້ນ­ສຸດ ແລະ​ປະ­ຊາ­ຊົນ​ທັງ​ໝົດ​ຂອງ​ມັນ​ຈະ​ຈິບ­ຫາຍ

2
32/13.txt Normal file
View File

@ -0,0 +1,2 @@
\v 13 \v 14 ເຮົາ​ຈະ​ທຳ­ລາຍ​ສັດ​ຂອງ​ເມືອງ​ນັ້ນ​ທັງ​ໝົດ ຈາກ​ຂ້າງ​ແມ່­ນ້ຳ ແລະ​ຈະ​ບໍ່­ມີ​ຕີນ​ມະ­ນຸດ​ຄົນ​ໃດ​ເຮັດ­ໃຫ້​ນ້ຳ​ນັ້ນ​ຂຸ້ນ​ອີກ ຕີນ​ສັດ​ກໍ​ຈະ​ບໍ່​ເຮັດ­ໃຫ້​ນ້ຳ​ນັ້ນ​ຂຸ້ນ​ອີກ​ເຊັ່ນ​ກັນ
14 ແລ້ວ​ເຮົາ​ຈະ​ເຮັດ­ໃຫ້​ນ້ຳ­ຂອງ​ພວກ­ເຂົາ​ທັງ­ຫລາຍ​ເລິກ ແລະ​ເຮັດ­ໃຫ້​ແມ່­ນ້ຳ​ທັງ­ຫລາຍ​ຂອງ​ພວກ­ເຂົາ​ໄຫລ​ໄປ​ເໝືອນ​ນ້ຳ­ມັນ​ໄຫລ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

2
32/15.txt Normal file
View File

@ -0,0 +1,2 @@
\v 15 \v 16 ເມື່ອ​ເຮົາ​ເຮັດ­ໃຫ້​ແຜ່ນ­ດິນ​ເອ­ຢິບ​ຮ້າງ​ເປົ່າ ແລະ​ເມື່ອ​ແຜ່ນ­ດິນ​ຖືກ​ປຸ້ນ​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຢູ່­ໃນ​ແຜ່ນ­ດິນ​ໄປ​ໝົດ​ແລ້ວ ເມື່ອ​ເຮົາ​ທຳ­ລາຍ​ຄົນ​ທັງ­ປວງ​ທີ່​ອາ­ໄສ​ຢູ່­ໃນ​ເມືອງ​ນັ້ນ ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ
16 ນີ້ ເປັນ​ບົດ​ຮ້ອງ​ຄ່ຳ​ຄວນ​ທີ່​ຈະ​ຮ້ອງ ເຫລົ່າ​ທິ­ດາ​ແຫ່ງ​ປະ­ຊາ­ຊາດ​ຈະ​ຮ້ອງ​ບົດ​ນັ້ນ ພວກ­ເຂົາ​ຈະ​ຮ້ອງ​ເລື່ອງ​ເອ­ຢິບ​ແລະ​ປະ­ຊາ­ຊົນ​ຂອງ​ເອ­ຢິບ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ”

2
32/17.txt Normal file
View File

@ -0,0 +1,2 @@
\v 17 \v 18 7 ຕໍ່​ມາ​ເມື່ອ​ວັນ­ທີ​ສິບ​ຫ້າ ເດືອນ​ທີ​ສິບ​ສອງ ໃນ​ປີ​ທີ​ສິບ​ສອງ ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ພະ­ເຈົ້າ​ວ່າ
18 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ຮ້ອງ­ໄຫ້​ເພື່ອ​ປະ­ຊາ­ຊົນ​ເອ­ຢິບ ແລະ​ຈົ່ງ​ສົ່ງ​ພວກ­ເຂົາ​ລົງ​ໄປ ທັງ​ຕົວ​ເຂົາ ແລະ​ເຫລົ່າ​ທິ­ດາ​ແຫ່ງ​ປະ­ຊາ­ຊາດ​ທີ່​ມີ​ຍົດ​ສັກ​ໄປ​ໃນ​ແດນ​ມໍ­ລະ­ນາ ໄປ​ຫາ​ບັນ­ດາ​ຄົນ​ເຫລົ່າ­ນັ້ນ​ທີ່­ຢູ່​ໃນ​ຂຸມ​ຝັງ​ສົບ​ຄົນ​ຕາຍ​ແລ້ວ

3
32/19.txt Normal file
View File

@ -0,0 +1,3 @@
\v 19 \v 20 \v 21 9 ໃນ​ເລື່ອງ​ຄວາມ­ງາມ ທ່ານ​ງາມ​ລ້ຳ​ເລີດ​ກວ່າ​ຜູ້­ໃດ​ບໍ ຈົ່ງ​ລົງ​ໄປ ໄປ​ນອນ​ກັບ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ
20 ພວກ­ເຂົາ​ທັງ­ຫລາຍ​ຈະ​ລົ້ມ­ລົງ​ກາງ​ບັນ­ດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ ມີ​ດາບ​ກຳ­ນົດ​ໄວ້​ແລ້ວ ຈົ່ງ​ລາກ​ເອ­ຢິບ​ໄປ​ພ້ອມ­ກັບ​ປະ­ຊາ­ຊົນ​ທັງ​ໝົດ​ຂອງ​ພວກ­ເຂົາ
21 ພວກ​ຊາຍ​ໜຸ່ມ​ໃນ​ບັນ­ດາ​ຜູ້​ທີ່​ກ້າ­ຫານ​ຈະ​ເວົ້າ​ເລື່ອງ​ຂອງ​ພວກ­ເຂົາ​ກັບ​ຜູ້​ຊ່ວຍ​ຂອງ​ພວກ­ເຂົາ​ຈາກ​ກາງ​ນາ­ລົກ​ວ່າ ‘ພວກ­ເຂົາ​ໄດ້​ລົງ­ມາ​ແລ້ວ ພວກ­ເຂົາ​ນອນ​ຢູ່ ຄື​ຄົນ­ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ທີ່​ຖືກ​ຂ້າ​ດ້ວຍ​ດາບ’

2
32/22.txt Normal file
View File

@ -0,0 +1,2 @@
\v 22 \v 23 ອັດ­ຊີ­ເຣຍ​ກໍ​ຢູ່​ບ່ອນ­ນັ້ນ ລວມ​ທັງ​ຄະ­ນະ ມີ​ຂຸມ​ຝັງ​ສົບ​ຢູ່​ຮອບ​ຕົວ ທຸກ​ຄົນ​ຖືກ​ຂ້າ ແລະ​ລົ້ມ­ລົງ​ດ້ວຍ​ດາບ
23 ບ່ອນ​ຝັງ​ສົບ​ຂອງ​ຄົນ​ເຫລົ່າ​ນີ້​ຢູ່​ທີ່​ແດນ​ມໍ­ລະ­ນາ​ສ່ວນ​ທີ່​ໄກ​ທີ່­ສຸດ ແລະ​ຄະ­ນະ​ຂອງ​ນາງ​ກໍ​ຢູ່​ຮອບ​ຂຸມ​ຝັງ​ສົບ​ຂອງ​ນາງ ທຸກ​ຄົນ​ຖືກ​ຂ້າ ລົ້ມ­ລົງ​ດ້ວຍ​ດາບ ເປັນ​ພວກ​ທີ່​ໃຫ້​ເກີດ​ຄວາມ​ໂກດ​ຮ້າຍ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ

2
32/24.txt Normal file
View File

@ -0,0 +1,2 @@
\v 24 \v 25 ເອ­ລາມ​ກໍ​ຢູ່​ບ່ອນ­ນັ້ນ ທັງ​ປະ­ຊາ­ຊົນ​ທັງ​ໝົດ​ກໍ​ຢູ່​ຮອບ​ຂຸມ​ສົບ​ຂອງ​ນາງ ທຸກ​ຄົນ​ຖືກ​ຂ້າ ແລະ ລົ້ມ­ລົງ​ດ້ວຍ​ດາບ​ຜູ້​ລົງ​ໄປ​ສູ່​ແດນ​ມໍ­ລະ­ນາ​ໂດຍ​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ເປັນ​ພວກ​ທີ່​ໃຫ້​ເກີດ​ຄວາມ​ໂກດ​ຮ້າຍ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ ແລະ​ພວກ­ເຂົາ​ຕ້ອງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ກັບ​ຜູ້​ທີ່​ລົງ​ໄປ​ຂຸມ​ຝັງ​ສົບ​ຄົນ​ຕາຍ
25 ພວກ­ເຂົາ​ໄດ້​ເຮັດ­ໃຫ້​ນາງ​ນອນ​ໃນ​ໝູ່​ພວກ​ຜູ້​ທີ່​ຖືກ​ຂ້າ​ພ້ອມ­ກັບ​ປະ­ຊາ­ຊົນ​ທັງ​ໝົດ​ຂອງ​ນາງ ມີ​ຂຸມ​ສົບ​ຢູ່​ຮອບ​ຕົວ ເປັນ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທຸກ​ຄົນ ຖືກ​ຂ້າ​ດ້ວຍ​ດາບ ເພາະ­ວ່າ​ພວກ­ເຂົາ​ໃຫ້​ເກີດ​ຄວາມ​ໂກດ​ຮ້າຍ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ ແລະ​ຕ້ອງ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ກັບ​ຜູ້​ທີ່​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ​ຄົນ​ຕາຍ ພວກ­ເຂົາ​ມີ​ທີ່­ຢູ່​ໃນ​ໝູ່​ພວກ​ຜູ້​ຖືກ​ຂ້າ

2
32/26.txt Normal file
View File

@ -0,0 +1,2 @@
ເມ­ເຊັກ​ກັບ​ຕູ­ບານ​ກໍ​ຢູ່​ບ່ອນ­ນັ້ນ ທັງ​ປະ­ຊາ­ຊົນ​ທັງ​ໝົດ​ຂອງ​ນາງ ຂຸມ​ສົບ​ຂອງ​ນາງ​ທັງ​ສອງ​ຢູ່​ຮອບ​ພວກ­ເຂົາ​ທັງ­ຫລາຍ ເປັນ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທຸກ​ຄົນ ຖືກ​ຂ້າ​ດ້ວຍ​ດາບ ເພາະ​ພວກ­ເຂົາ​ເຮັດ­ໃຫ້​ເກີດ​ຄວາມ​ໂກດ​ຮ້າຍ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ
27 ພວກ­ເຂົາ​ທັງ­ຫລາຍ​ຈະ​ບໍ່­ໄດ້​ນອນ​ຢູ່​ກັບ​ຜູ້​ກ້າ­ຫານ​ໃນ​ຈຳ­ພວກ​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ​ທີ່​ໄດ້​ລົ້ມ­ລົງ ລົງ​ໄປ​ໃນ​ນາ­ລົກ​ພ້ອມ­ກັບ​ອາ­ວຸດ​ຂອງ­ຕົນ ຜູ້​ຊຶ່ງ​ມີ​ດາບ​ວາງ​ໄວ້​ກ້ອງ​ຫົວ​ຂອງ­ຕົນ ແລະ​ຄວາມ​ຊົ່ວ­ຊ້າ ກໍ​ຢູ່​ເທິງ​ກະ­ດູກ​ຂອງ​ເຂົາ ເພາະ­ວ່າ​ພວກ­ເຂົາ​ເຮັດ­ໃຫ້​ຜູ້​ກ້າ­ຫານ​ໂກດ​ຮ້າຍ​ຢູ່­ໃນ​ແຜ່ນ­ດິນ​ຂອງ​ຄົນ​ເປັນ

2
32/28.txt Normal file
View File

@ -0,0 +1,2 @@
\v 28 \v 29 8 ດັ່ງ­ນັ້ນ ທ່ານ​ຈະ​ຕ້ອງ​ຖືກ​ຫັກ​ໃນ​ໝູ່​ພວກ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ແລະ​ນອນ​ຢູ່​ກັບ​ຄົນ​ເຫລົ່າ­ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ
29 ເອ­ໂດມ​ກໍ​ຢູ່​ບ່ອນ­ນັ້ນ ຄື​ບັນ­ດາ​ກະ­ສັດ ແລະ​ບັນ­ດາ​ເຈົ້າ​ນາຍ​ທັງ­ຫລາຍ​ຂອງ​ນາງ ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ມີ​ລິດ­ທາ­ນຸ­ພາບ ພວກ­ເຂົາ​ຍັງ​ຖືກ​ນຳ​ມາ​ວາງ​ໄວ້​ກັບ​ບັນ­ດາ​ຄົນ​ເຫລົ່າ­ນັ້ນ ທີ່​ຖືກ​ຂ້າ​ດ້ວຍ​ດາບ ພວກ­ເຂົາ​ຈະ​ນອນ​ຢູ່​ກັບ​ຜູ້​ທີ່​ບໍ່­ໄດ້­ເຂົ້າ​ພິ­ທີ­ຕັດ ກັບ​ບັນ­ດາ​ຄົນ­ທີ່​ໄດ້​ລົງ​ໄປ​ຍັງ​ຂຸມ​ຝັງ​ສົບ​ຄົນ​ຕາຍ