Sun Oct 13 2019 09:17:36 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-13 09:17:37 +07:00
parent 980389a406
commit 09490ac9a1
7 changed files with 13 additions and 11 deletions

View File

@ -1,13 +1,3 @@
ບົດທີ 14
ພຣະເຈົ້າໄດ້ຕັກເຕືອນພວກຜູ້ໃຫຍ່ຂອງອິສຣາເອນ
1 ພວກ​ຜູ້­ໃຫຍ່​ຂອງ​ອິສຣາເອນ​ບາງ​ຄົນ​ມາ​ຫາ​ຂ້າ­ພະ­ເຈົ້າ ແລະ​ມາ​ນັ່ງ​ຢູ່​ຕໍ່­ໜ້າ​ຂ້າ­ພະ­ເຈົ້າ
2 ແລະ​ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ພະ­ເຈົ້າ​ວ່າ
3 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຄົນ​ເຫລົ່າ​ນີ້​ໄດ້​ຍຶດ​ເອົາ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ​ໄວ້​ໃນ​ໃຈ ແລະ​ວາງ​ສິ່ງ​ທີ່​ສະ­ດຸດ​ໃຫ້​ເຮັດ​ຄວາມ​ຊົ່ວ­ຊ້າ​ໄວ້​ຕໍ່­ໜ້າ​ພວກ­ເຂົາ ຄວນ​ທີ່​ເຮົາ​ຈະ​ຍອມ​ຕົວ​ໃຫ້​ພວກ­ເຂົາ​ຖາມ​ເຮົາ​ບໍ
4 ເພາະ­ສະ­ນັ້ນ ຈົ່ງ​ເວົ້າ­ກັບ​ພວກ­ເຂົາ ແລະ​ກ່າວ​ແກ່​ພວກ­ເຂົາ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຄົນ​ໃດ​ໃນ​ເຊື້ອ­ສາຍ​ອິສຣາເອນ​ເອົາ​ຮູບ​ເຄົາ­ລົບ​ຂອງ­ຕົນ​ໄວ້​ໃນ​ໃຈ ແລະ​ວາງ​ສິ່ງ​ທີ່​ສະ­ດຸດ​ໃຫ້​ເຮັດ​ຄວາມ​ຊົ່ວ­ຊ້າ​ໄວ້​ຕໍ່­ໜ້າ​ຕົນ ແລະ​ຍັງ​ມາ​ຫາ​ຜູ້­ປະ­ກາດ­ພຣະ­ທຳ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ຕອບ​ລາວ​ເອງ​ດ້ວຍ​ເລື່ອງ​ຮູບ​ເຄົາ­ລົບ​ຫລວງ­ຫລາຍ​ຂອງ​ລາວ​ນັ້ນ
5 ເພື່ອ​ເຮົາ​ຈະ​ໄດ້​ຍຶດ​ຈິດ­ໃຈ​ຂອງ​ເຊື້ອ­ສາຍ​ອິສຣາເອນ ຜູ້​ຫ່າງ​ໄກ​ຈາກ​ເຮົາ​ທຸກ​ຄົນ​ດ້ວຍ​ເລື່ອງ​ຮູບ​ເຄົາ­ລົບ​ຂອງ​ພວກ­ເຂົາ
6 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ອິສຣາເອນ​ວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຈົ່ງ​ກັບ­ໃຈ ແລະ​ຫັນ​ຫລັງ​ກັບ​ຈາກ​ຮູບ​ເຄົາ­ລົບ​ຂອງ​ເຈົ້າ​ເສຍ ແລະ​ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ຈາກ​ບັນ­ດາ​ສິ່ງ​ໜ້າ​ກຽດ­ຊັງ​ຂອງ​ເຈົ້າ
7 ເພາະ­ວ່າ​ຄົນ​ໃດ​ໃນ​ເຊື້ອ­ສາຍ​ອິສຣາເອນ ຫລື​ແຂກ­ເມືອງ​ຄົນ​ໃດ​ທີ່​ອາ­ໄສ​ຢູ່­ໃນ​ອິສຣາເອນ ຜູ້​ຊຶ່ງ​ແຍກ​ຕົວ​ຈາກ​ເຮົາ ຍຶດ​ເອົາ​ຮູບ​ເຄົາ­ລົບ​ຂອງ­ຕົນ​ໄວ້​ໃນ​ໃຈ ແລະ​ວາງ​ສິ່ງ​ທີ່​ສະ­ດຸດ​ໃຫ້​ເຮັດ​ຄວາມ​ຊົ່ວ­ຊ້າ​ໄວ້​ຕໍ່­ໜ້າ​ຂອງ­ຕົນ ແລ້ວ​ຍັງ​ຈະ​ມາ​ຫາ​ຜູ້­ປະ­ກາດ­ພຣະ­ທຳ ເພື່ອ​ຂໍ​ຖາມ​ລາວ​ກ່ຽວ­ກັບ​ເຮົາ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ຕອບ​ຄົນ​ນັ້ນ​ເອງ
8 ແລະ​ເຮົາ​ຈະ​ມຸ່ງ​ໜ້າ​ຂອງ​ເຮົາ​ຕໍ່­ສູ້​ຄົນ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ລາວ​ເປັນ​ໝາຍ​ສຳ­ຄັນ ແລະ​ເປັນ​ສຸ­ພາ­ສິດ ແລະ​ຈະ​ຕັດ​ລາວ​ອອກ​ເສຍ​ຈາກ​ທ່າມ­ກາງ​ປະ­ຊາ­ຊົນ​ຂອງ​ເຮົາ ແລະ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ
9 ແລະ​ຖ້າ​ຜູ້­ປະ­ກາດ­ພຣະ­ທຳ​ຖືກ​ຫລອກ­ລວງ​ໃຫ້​ກ່າວ​ຄຳ​ໜຶ່ງ​ຄຳ​ໃດ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ລວງ​ຜູ້­ປະ­ກາດ­ພຣະ­ທຳ​ຄົນ​ນັ້ນ ແລະ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ລາວ ແລະ​ຈະ​ທຳ­ລາຍ​ລາວ​ເສຍ​ຈາກ​ທ່າມ­ກາງ​ອິສຣາເອນ ປະ­ຊາ­ຊົນ​ຂອງ​ເຮົາ
\v 9 \v 10 \v 11 9 ແລະ​ຖ້າ​ຜູ້­ປະ­ກາດ­ພຣະ­ທຳ​ຖືກ​ຫລອກ­ລວງ​ໃຫ້​ກ່າວ​ຄຳ​ໜຶ່ງ​ຄຳ​ໃດ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ລວງ​ຜູ້­ປະ­ກາດ­ພຣະ­ທຳ​ຄົນ​ນັ້ນ ແລະ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ລາວ ແລະ​ຈະ​ທຳ­ລາຍ​ລາວ​ເສຍ​ຈາກ​ທ່າມ­ກາງ​ອິສຣາເອນ ປະ­ຊາ­ຊົນ​ຂອງ​ເຮົາ
10 ພວກ­ເຂົາ​ຈະ​ຕ້ອງ​ທົນ​ຮັບ­ໂທດ​ເພາະ​ຄວາມ​ຊົ່ວ­ຊ້າ​ຂອງ­ຕົນ ໂທດ​ຂອງ​ຜູ້­ປະ­ກາດ­ພຣະ­ທຳ ແລະ​ໂທດ​ຂອງ​ຜູ້​ຂໍ​ຖາມ​ຈະ​ຄື­ກັນ
11 ເພື່ອ​ວ່າ​ເຊື້ອ­ສາຍ​ອິສຣາເອນ​ຈະ​ບໍ່​ຫລົງ​ເຮັດ​ບາບ​ໄປ​ຈາກ​ເຮົາ​ອີກ ຫລື​ບໍ່​ເຮັດ​ຕົວ​ໃຫ້­ເປັນ​ມົນ­ທິນ​ດ້ວຍ​ການ​ລະ­ເມີດ​ທັງ­ຫລາຍ​ຂອງ­ຕົນ ແຕ່​ພວກ­ເຂົາ​ຈະ​ເປັນ​ປະ­ຊາ­ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້”

3
14/12.txt Normal file
View File

@ -0,0 +1,3 @@
\v 12 \v 13 \v 14 ແລະ​ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້າ­ພະ­ເຈົ້າ​ອີ​ກວ່າ
13 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ເມື່ອ​ແຜ່ນ­ດິນ​ເຮັດ​ບາບ​ຕໍ່​ເຮົາ​ໂດຍ​ປະ­ພຶດ​ລະ­ເມີດ​ຢ່າງ​ໜ້າ​ໜັກ​ໃຈ ເຮົາ​ກໍ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ແຜ່ນ­ດິນ​ນັ້ນ ຈະ​ທຳ­ລາຍ​ອາ­ຫານ​ທີ່​ເປັນ​ຫລັກ ແລະ​ຈະ​ສົ່ງ​ການ​ອຶດ­ຢາກ​ອາ­ຫານ​ມາ​ທີ່​ແຜ່ນ­ດິນ​ນັ້ນ ຈະ​ຕັດ​ມະ­ນຸດ ແລະ​ສັດ​ອອກ​ໄປ​ຈາກ​ແຜ່ນ­ດິນ​ນັ້ນ
14 ເຖິງ­ແມ່ນ­ວ່າ​ມະ­ນຸດ​ທັງ​ສາມ​ນີ້ ຄື ໂນ­ອາ ດາ­ນີ­ເອນ ແລະ​ໂຢບ ຢູ່­ໃນ​ແຜ່ນ­ດິນ​ນັ້ນ ພວກ­ເຂົາ​ກໍ​ຈະ​ເອົາ​ແຕ່​ຊີ­ວິດ​ຂອງ­ຕົນ​ໃຫ້​ພົ້ນ​ອອກ​ມາ​ດ້ວຍ​ຄວາມ​ຊອບ­ທຳ​ຂອງ​ເຂົາ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້

2
14/15.txt Normal file
View File

@ -0,0 +1,2 @@
\v 15 \v 16 ຖ້າ​ເຮົາ​ເຮັດ­ໃຫ້​ສັດ​ຮ້າຍ​ຜ່ານ​ເຂົ້າ​ແຜ່ນ­ດິນ​ນັ້ນ ແລະ​ສັດ​ເຫລົ່າ­ນັ້ນ​ເຮັດ­ໃຫ້​ຄົນ​ໝົດ​ໄປ ໃຫ້­ເປັນ​ບ່ອນ​ຮ້າງ​ເປົ່າ ຈົນ​ມະ­ນຸດ​ຜ່ານ​ເຂົ້າ­ໄປ​ບໍ່­ໄດ້​ເພາະ​ສັດ​ຮ້າຍ​ນັ້ນ
16 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເຖິງ­ວ່າ​ບຸ­ລຸດ​ທັງ​ສາມ​ຢູ່­ໃນ​ແຜ່ນ­ດິນ​ນັ້ນ ພວກ­ເຂົາ​ຈະ​ຊ່ວຍ​ລູກ­ຊາຍ​ຍິງ​ໃຫ້​ລອດ­ພົ້ນ​ບໍ່­ໄດ້ ສະ­ເພາະ​ຕົວ​ເຂົາ​ເອງ​ຈະ​ລອດ­ພົ້ນ​ໄປ​ໄດ້ ແຕ່​ແຜ່ນ­ດິນ​ນັ້ນ​ຈະ​ຮ້າງ​ເປົ່າ​ເສຍ

2
14/17.txt Normal file
View File

@ -0,0 +1,2 @@
\v 17 \v 18 ຫລື​ຖ້າ​ເຮົາ​ນຳ​ດາບ​ມາ­ຍັງ​ແຜ່ນ­ດິນ​ນັ້ນ ແລະ​ກ່າວ​ວ່າ ‘ດາບ​ເອີຍ ຈົ່ງ​ຜ່ານ​ຂ້າມ​ແຜ່ນ­ດິນ​ນັ້ນ’ ເຮົາ​ຈະ​ຕັດ​ມະ­ນຸດ​ແລະ​ສັດ​ອອກ­ຈາກ​ແຜ່ນ­ດິນ​ນັ້ນ
18 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຖິງ​ແມ່ນ​ບຸ­ລຸດ​ທັງ​ສາມ​ຈະ​ຢູ່­ໃນ​ນັ້ນ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ພວກ­ເຂົາ​ກໍ​ຈະ​ຊ່ວຍ​ລູກ­ຊາຍ​ຍິງ​ໃຫ້​ລອດ­ພົ້ນ​ບໍ່­ໄດ້ ສະ­ເພາະ​ຕົວ​ພວກ­ເຂົາ​ເອງ​ຈະ​ລອດ­ພົ້ນ​ໄປ​ໄດ້

2
14/19.txt Normal file
View File

@ -0,0 +1,2 @@
\v 19 \v 20 ຫລື​ຖ້າ​ເຮົາ​ສົ່ງ​ພະ­ຍາດ​ລະ­ບາດ​ເຂົ້າ​ມາ​ໃນ​ແຜ່ນ­ດິນ​ນັ້ນ ແລະ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ອອກ​ເໜືອ​ເມືອງ​ນັ້ນ​ດ້ວຍ​ເລືອດ ເພື່ອ​ຕັດ​ມະ­ນຸດ ແລະ​ສັດ​ອອກ­ຈາກ​ແຜ່ນ­ດິນ​ນັ້ນ
20 ເຖິງ­ແມ່ນ­ວ່າ ໂນ­ອາ ດາ­ນີ­ເອນ ແລະ​ໂຢບ​ຢູ່­ໃນ​ແຜ່ນ­ດິນ​ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ພວກ­ເຂົາ​ຈະ​ຊ່ວຍ​ລູກ­ຊາຍ​ຍິງ​ໃຫ້​ລອດ­ພົ້ນ​ບໍ່­ໄດ້ ພວກ­ເຂົາ​ຈະ​ຊ່ວຍ​ສະ­ເພາະ​ຊີ­ວິດ​ຂອງ­ຕົນ​ໃຫ້​ລອດ­ພົ້ນ​ໄດ້​ດ້ວຍ​ຄວາມ​ຊອບ­ທຳ​ຂອງ​ເຂົາ

1
14/21.txt Normal file
View File

@ -0,0 +1 @@
\v 21 ພາະ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຈະ​ຮ້າຍ­ແຮງ​ຫລາຍ­ກວ່າ​ນັ້ນ​ຈັກ​ເທົ່າ­ໃດ ເມື່ອ​ເຮົາ​ສົ່ງ​ໄພ​ແຫ່ງ​ການ​ພິ­ພາກ­ສາ​ທັງ​ສີ່​ປະ­ການ​ຂອງ​ເຮົາ​ມາ​ເໜືອ​ເຢ­ຣູ­ຊາ­ເລັມ ຄື​ດາບ ການ​ອຶດ­ຢາກ​ອາ­ຫານ ສັດ​ຮ້າຍ ແລະ​ພະ­ຍາດ​ລະ­ບາດ ເພື່ອ​ຕັດ​ມະ­ນຸດ ແລະ​ສັດ​ອອກ­ຈາກ​ເມືອງ​ນັ້ນ

2
14/22.txt Normal file
View File

@ -0,0 +1,2 @@
\v 22 \v 23 ເບິ່ງ​ແມ ເຖິງ​ຈະ​ມີ­ຄົນ​ລອດ​ຕາຍ​ເຫລືອ​ຢູ່­ໃນ​ເມືອງ​ນັ້ນ ນຳ​ເອົາ​ລູກ­ຊາຍ ແລະ​ລູກ­ສາວ​ທັງ­ຫລາຍ​ຂອງ­ຕົນ​ອອກ​ມາ ເມື່ອ​ພວກ­ເຂົາ​ອອກ​ມາ​ຫາ​ເຈົ້າ ເຈົ້າ​ຈະ​ໄດ້​ເຫັນ​ທາງ ແລະ​ການ​ກະ­ທຳ​ຂອງ​ເຂົາ ເຈົ້າ​ຈະ​ເບົາ​ໃຈ​ໃນ​ເລື່ອງ​ການ​ຮ້າຍ ຊຶ່ງ​ເຮົາ​ໄດ້​ນຳ​ມາ​ເໜືອ​ເຢ­ຣູ­ຊາ­ເລັມ ຄື​ບັນ­ດາ​ສິ່ງ​ທີ່​ເຮົາ​ໄດ້​ນຳ​ມາ​ເໜືອ​ເມືອງ​ນັ້ນ
23 ຄົນ​ເຫລົ່າ­ນັ້ນ​ຈະ​ເຮັດ­ໃຫ້​ເຈົ້າ​ເບົາ​ໃຈ ເມື່ອ​ເຈົ້າ​ໄດ້​ເຫັນ​ທາງ ແລະ​ການ​ກະ­ທຳ​ທັງ­ຫລາຍ​ຂອງ​ເຂົາ​ແລ້ວ ແລະ​ເຈົ້າ​ຈະ​ຮູ້­ວ່າ ເຮົາ​ບໍ່­ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ແລ້ວ​ໃນ​ເມືອງ​ນັ້ນ​ດ້ວຍ​ປາດ­ສະ­ຈາກ​ເຫດ­ຜົນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ”