Sun Oct 13 2019 14:51:33 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-13 14:51:34 +07:00
parent 10b085ede5
commit 031725aa8a
10 changed files with 24 additions and 0 deletions

1
16/08.txt Normal file
View File

@ -0,0 +1 @@
\v 8 ເມື່ອ​ເຮົາ​ຜ່ານ​ເຈົ້າ​ໄປ​ອີກ​ເທື່ອ​ໜຶ່ງ ແລະ​ເບິ່ງ​ເຈົ້າ ເບິ່ງ​ແມ ເຈົ້າ​ມີ​ອາ­ຍຸ​ເຕັມ​ສາວ ຮູ້­ຈັກ​ຮັກ​ແລ້ວ ເຮົາ​ກໍ​ຂະ­ຫຍາຍ​ເສື້ອ­ຄຸມ​ເຈົ້າ ແລະ​ປົກ​ຄຸມ​ຄວາມ​ເປືອຍ​ກາຍ​ຂອງ​ເຈົ້າ​ໄວ້ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ເຮົາ​ໄດ້​ປະ­ຕິ­ຍານ ແລະ​ເຮັດ​ຄຳ­ໝັ້ນ­ສັນ­ຍາ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງ​ເຮົາ

4
16/09.txt Normal file
View File

@ -0,0 +1,4 @@
\v 9 \v 10 \v 11 \v 12 9 ເຮົາ​ເອົາ​ເຈົ້າ​ອາບ­ນ້ຳ ລ້າງ​ເລືອດ​ອອກ­ຈາກ​ເຈົ້າ ແລະ​ເຈີມ​ເຈົ້າ​ດ້ວຍ​ນ້ຳ­ມັນ
10 ເຮົາ​ແຕ່ງ​ຕົວ​ເຈົ້າ​ດ້ວຍ​ເສື້ອ​ຖັກ​ແສ່ວ ແລະ​ເອົາ​ເກີບ​ໜັງ​ສຸບ­ໃສ່​ຕີນ​ໃຫ້​ເຈົ້າ ເຮົາ​ພັນ​ເຈົ້າ​ໄວ້​ດ້ວຍ​ຜ້າ​ປ່ານ​ເນື້ອ​ລະ­ອຽດ ແລະ​ຄຸມ​ເຈົ້າ​ໄວ້​ດ້ວຍ​ຜ້າ
11 ເຮົາ​ແຕ່ງ​ຕົວ​ເຈົ້າ​ດ້ວຍ​ເຄື່ອງ​ເອ້ ສຸບ​ປອກ​ແຂນ​ໃຫ້​ເຈົ້າ ແລະ​ໃສ່​ສາຍ​ຄໍ​ໃຫ້​ເຈົ້າ
12 ເຮົາ​ເອົາ​ເພັດ­ພອຍ​ໃສ່​ໜ້າ­ຜາກ​ເຈົ້າ ແລະ​ໃສ່​ຕຸ້ມ­ຫູ​ທີ່​ຫູ​ຂອງ​ເຈົ້າ ແລະ​ສຸບ​ມົງ­ກຸດ​ງາມ​ໄວ້​ເທິງ​ຫົວ​ຂອງ​ເຈົ້າ

2
16/13.txt Normal file
View File

@ -0,0 +1,2 @@
\v 13 \v 14 ເຮົາ​ປະ­ດັບ​ເຈົ້າ​ດ້ວຍ​ຄຳ ແລະ​ເງິນ ເສື້ອ­ຜ້າ​ຂອງ​ເຈົ້າ​ກໍ​ເປັນ​ຜ້າ​ປ່ານ​ເນື້ອ​ລະ­ອຽດ ຜ້າ ແລະ​ຜ້າ​ຖັກ​ແສ່ວ ເຈົ້າ​ກິນ​ຍອດ​ແປ້ງ ນ້ຳ­ເຜິ້ງ ແລະ​ນ້ຳ­ມັນ ເຈົ້າ​ງາມ​ເລີດ ແລະ​ເຈົ້າ​ຈະ­ເລີນ​ຂຶ້ນ​ເປັນ​ລາ­ຊິ­ນີ
14 ຊື່­ສຽງ​ຂອງ​ເຈົ້າ​ກໍ​ຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ​ເພາະ​ຄວາມ­ງາມ​ຂອງ​ເຈົ້າ ດ້ວຍ​ຄວາມ­ງາມ​ນັ້ນ​ກໍ​ສົມ­ບູນ ເນື່ອງ​ຈາກ​ຄວາມ​ງົດ­ງາມ​ທີ່​ເຮົາ​ໄດ້​ທຸ້ມ­ເທ​ໃຫ້​ເຈົ້າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

2
16/15.txt Normal file
View File

@ -0,0 +1,2 @@
\v 15 \v 16 ແຕ່​ເຈົ້າ​ວາງ­ໃຈ​ໃນ​ຄວາມ­ງາມ​ຂອງ​ເຈົ້າ ແລະ​ໄດ້​ຫລິ້ນ­ຊູ້​ເພາະ​ຊື່­ສຽງ​ຂອງ​ເຈົ້າ ບໍ່​ວ່າ​ຜູ້­ໃດ​ຈະ​ຜ່ານ­ມາ ເຈົ້າ​ກໍ​ເຮັດ­ໃຫ້​ຫລົງ​ໄປ​ດ້ວຍ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ
16 ເຈົ້າ​ເອົາ​ເສື້ອ­ຜ້າ​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ສ້າງ​ບັນ­ດາ​ສະ­ຖານ­ທີ່​ນະ­ມັດ­ສະ­ການ ປະ­ດັບ​ຢ່າງ​ດີ ແລ້ວ​ກໍ​ຫລິ້ນ­ຊູ້​ຢູ່​ເທິງ​ບ່ອນ­ນັ້ນ ບໍ່​ເຄີຍ​ມີ​ເໝືອນ​ຢ່າງ​ນີ້​ມາ​ກ່ອນ ຕໍ່­ໄປ​ກໍ​ຈະ​ບໍ່­ມີ​ອີກ​ຈັກ­ເທື່ອ

3
16/17.txt Normal file
View File

@ -0,0 +1,3 @@
\v 17 \v 18 \v 19 ເຈົ້າ​ຍັງ​ເອົາ​ເຄື່ອງ​ປະ­ດັບ​ປະ­ດາ​ອັນ​ງາມ​ຂອງ​ເຈົ້າ ຊຶ່ງ​ເປັນ​ຄຳ​ຂອງ​ເຮົາ ແລະ​ເງິນ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ ແລ້ວ​ເຈົ້າ​ສ້າງ​ເປັນ​ຮູບ​ຜູ້­ຊາຍ​ສຳ­ລັບ​ເຈົ້າ ເຈົ້າ​ກໍ​ຫລິ້ນ­ຊູ້​ຢູ່​ກັບ​ຮູບ​ເຫລົ່າ­ນັ້ນ
18 ເຈົ້າ​ເອົາ​ເຄື່ອງ​ແຕ່ງ​ຕົວ​ທີ່​ຖັກ​ແສ່ວ​ໄປ​ຫົ່ມ​ຮູບ​ເຫລົ່າ­ນັ້ນ​ໄວ້ ວາງ​ນ້ຳ­ມັນ ແລະ​ເຄື່ອງ​ຫອມ​ຂອງ​ເຮົາ​ໄວ້​ຕໍ່­ໜ້າ​ມັນ
19 ອາ­ຫານ​ທີ່​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ຄື­ກັນ ຄື​ເຮົາ​ລ້ຽງ​ເຈົ້າ​ດ້ວຍ​ຍອດ​ແປ້ງ ນ້ຳ­ມັນ ແລະ​ນ້ຳ­ເຜິ້ງ ເຈົ້າ​ກໍ​ເອົາ​ມາ​ວາງ​ຕໍ່­ໜ້າ​ມັນ ໃຫ້­ເປັນ​ກິ່ນ­ຫອມ​ທີ່​ພໍ­ໃຈ ແລະ​ກໍ​ເປັນ​ຢ່າງ​ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ

3
16/20.txt Normal file
View File

@ -0,0 +1,3 @@
\v 20 \v 21 \v 22 ຫລາຍ­ກວ່າ​ນັ້ນ​ອີກ ເຈົ້າ​ໄດ້​ນຳ​ລູກ­ຊາຍ​ຂອງ​ເຈົ້າ ແລະ​ລູກ­ສາວ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ໃຫ້​ບັງ­ເກີດ​ມາ​ເພື່ອ​ເຮົາ ເຈົ້າ​ໄດ້​ຖວາຍ​ບູ­ຊາ​ແກ່​ມັນ​ເພື່ອ​ໃຫ້​ມັນ​ເຜົາ​ຜານ ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ຍັງ​ເປັນ​ສິ່ງ​ເລັກ­ນ້ອຍ​ຢູ່​ບໍ
21 ເຈົ້າ​ຈຶ່ງ​ໄດ້​ຂ້າ​ລູກ​ຂອງ​ເຮົາ​ຖວາຍ​ແກ່​ຮູບ​ເຫລົ່າ­ນັ້ນ​ໂດຍ​ໃຫ້​ລຸຍ​ໄຟ
22 ຕະ­ຫລອດ​ຄວາມ​ໜ້າ​ກຽດ­ຊັງ​ຂອງ​ເຈົ້າ ແລະ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ ເຈົ້າ​ບໍ່­ໄດ້​ຈົດ​ຈຳ​ວັນ​ເວ­ລາ​ທີ່​ເຈົ້າ​ຍັງ​ນ້ອຍ​ຢູ່ ເມື່ອ​ເຈົ້າ​ເປືອຍ​ກາຍ ແລະ​ບໍ່­ມີ​ເຄື່ອງ­ນຸ່ງ​ຫົ່ມ ນອນ​ດີ້ນ​ຢູ່­ໃນ​ກອງ​ເລືອດ​ຂອງ​ເຈົ້າ

2
16/23.txt Normal file
View File

@ -0,0 +1,2 @@
\v 23 \v 24 ຕໍ່​ມາ​ພາຍ­ຫລັງ ຈາກ​ຄວາມ​ຊົ່ວ­ຮ້າຍ​ທັງ​ໝົດ​ຂອງ​ເຈົ້າ (ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ວິ­ບັດ ວິ­ບັດ​ແກ່​ເຈົ້າ)
24 ເຈົ້າ​ໄດ້​ສ້າງ​ຫ້ອງ​ຫລັງ­ຄາ​ໂຄ້ງ​ສຳ­ລັບ​ຕົນ ຖະ­ໜົນ​ທຸກ​ສາຍ​ເຈົ້າ​ກໍ​ສ້າງ​ສະ­ຖານ­ທີ່​ສູງ​ນະ­ມັດ­ສະ­ການ​ສຳ­ລັບ​ຕົນ

2
16/25.txt Normal file
View File

@ -0,0 +1,2 @@
\v 25 \v 26 ຫົວ​ຖະ­ໜົນ​ທຸກ​ແຫ່ງ​ເຈົ້າ​ສ້າງ​ສະ­ຖານ­ທີ່​ສູງ​ນະ­ມັດ­ສະ­ການ​ຂອງ​ເຈົ້າ ແລະ​ເອົາ​ຄວາມ­ງາມ​ຂອງ​ເຈົ້າ​ມາ​ເຮັດ​ສິ່ງ​ທີ່​ໜ້າ​ກຽດ­ຊັງ ເຈົ້າ​ໄດ້​ມອບ​ຕົວ​ຂອງ​ເຈົ້າ​ໃຫ້​ຜູ້​ທີ່​ຜ່ານ­ໄປ​ມາ​ບໍ່​ວ່າ​ໃຜ ແລະ​ທະ­ວີ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ
26 ເຈົ້າ​ໄດ້​ຫລິ້ນ­ຊູ້​ກັບ​ຄົນ​ເອ­ຢິບ ຊຶ່ງ​ເປັນ​ເພື່ອນ­ບ້ານ​ທີ່​ຮັກ​ຫລາຍ​ຂອງ​ເຈົ້າ ທະ­ວີ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ເພື່ອ​ເຮັດ­ໃຫ້​ເຮົາ​ຄຽດ​ຮ້າຍ

3
16/27.txt Normal file
View File

@ -0,0 +1,3 @@
\v 27 \v 28 \v 29 ບິ່ງ​ແມ ເຮົາ​ຈຶ່ງ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່­ສູ້​ເຈົ້າ ແລະ​ຫລຸດ​ອາ­ຫານ​ສ່ວນ​ແບ່ງ​ຂອງ​ເຈົ້າ​ລົງ ແລະ​ມອບ​ເຈົ້າ​ໄວ້​ໃຫ້​ແກ່​ພວກ​ທີ່​ກຽດ­ຊັງ​ເຈົ້າ ໃຫ້​ເຂົາ​ເຮັດ​ຕາມ­ໃຈ​ມັກ ຄື​ບັນ­ດາ​ລູກ­ສາວ​ຄົນ​ຟີ­ລິດ­ສະ­ຕີນ ຜູ້​ຊຶ່ງ​ອັບ­ອາຍ​ໃນ​ການ​ປະ­ພຶດ​ອັນ​ໜ້າ​ອັບ­ອາຍ​ຂອງ​ເຈົ້າ
28 ເຈົ້າ​ຍັງ​ຫລິ້ນ­ຊູ້​ກັບ​ຄົນ​ອັດ­ຊີ­ເຣຍ​ດ້ວຍ ເພາະ­ວ່າ​ເຈົ້າ​ບໍ່​ຮູ້­ຈັກ​ອີ່ມ ເຈົ້າ​ຫລິ້ນ­ຊູ້​ກັບ​ພວກ­ເຂົາ​ທັງ­ຫລາຍ ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່​ອີ່ມ​ໃຈ
29 ເຈົ້າ​ຍັງ​ທະ­ວີ​ການ​ຫລິ້ນ­ຊູ້​ຂອງ​ເຈົ້າ​ໃນ​ແຜ່ນ­ດິນ​ກາ­ນາ­ອານ​ກັບ​ຄົນ​ບາ­ບີ­ໂລນ ເຖິງ​ແມ່ນ​ກັບ​ແຜ່ນ­ດິນ​ນີ້​ເຈົ້າ​ກໍ​ຍັງ​ບໍ່​ອີ່ມ​ໃຈ

2
16/30.txt Normal file
View File

@ -0,0 +1,2 @@
\v 30 \v 31 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ໃຈ​ຂອງ​ເຈົ້າ​ເປັນ​ພະ­ຍາດ​ຮັກ​ແທ້ໆ ໃນ​ເມື່ອ​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນີ້ ຊຶ່ງ​ເປັນ​ການ​ກະ­ທຳ​ຂອງ​ຍິງ​ບໍ່​ສັດ­ຊື່ ທີ່​ບໍ່​ຮູ້​ອາຍ
31 ຄື​ສ້າງ​ຫ້ອງ​ຫລັງ­ຄາ​ໂຄ້ງ​ໄວ້​ທີ່​ຫົວ​ຖະ­ໜົນ​ທຸກ​ແຫ່ງ ແລະ​ສ້າງ​ສະ­ຖານ­ທີ່​ສູງ​ຂອງ​ເຈົ້າ​ໄວ້​ຕາມ​ຖະ­ໜົນ​ທຸກ​ສາຍ ເຖິງ​ປານ​ນັ້ນ ເຈົ້າ​ກໍ​ຍັງ​ບໍ່​ເໝືອນ​ຍິງ​ບໍ່​ສັດ­ຊື່ ເພາະ​ເຈົ້າ​ປະ­ໝາດ​ຄ່າ​ຈ້າງ