2019-10-14 07:59:25 +00:00
|
|
|
\v 10 ຮູບລັກສະນະໃບຫນ້າຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ດ້ານຫນ້າເປັນຫນ້າຄົນ. ຫນຶ່ງໃນສີ່ດ້ານຂອງໃບຫນ້ານັ້ນເຫມືອນຫນ້າສິງຢູ່ຂ້າງຂວາ, ຫນຶ່ງໃນສີ່ຂອງໃບຫນ້າເຫມືອນຫນ້າງົວຢູ່ຂ້າງຊ້າຍ ແລະຫນຶ່ງໃນສີ່ຂອງໃບຫນ້າເຫມືອນຫນ້ານົກອິນຊີ. \v 11 ກໍເປັນເຊັ່ນນີ້ແຫລະ, ສ່ວນປີກທັງຫລາຍນັ້ນພືອອກໄປ, ແຕ່ລະໂຕມີສອງປີກຈຸກັບປາຍປີກຂອງໂຕອື່ນ ແລະອີກປີກສອງປີກໄດ້ປົກຫຸ້ມໂຕມັນໄວ້. \v 12 ໂຕລະໂຕເຄື່ອນຫນ້າຕົງໄປ ເພື່ອວ່າພຣະວິຍານຈະນຳພວກມັນໄປທາງໃດກໍຕາມ ພວກມັນກໍໄປທາງນັ້ນໂດຍບໍ່ຫັນກັບເລີຍ.
|