lo_ezk_text_ulb_l3/12/11.txt

1 line
1.8 KiB
Plaintext
Raw Normal View History

\v 11 ຈົ່ງ​ກ່າວ​ວ່າ, ‘ຂ້າ­ພະ­ເຈົ້າ​ເປັນ​ຫມາຍ​ສຳ­ຄັນ​ສຳ­ລັບພວກ​ທ່ານ. ທີ່­ຂ້າ­ພະ­ເຈົ້າ​ໄດ້​ເຮັດ​ແລ້ວ­ນີ້, ດັ່ງນັ້ນສິ່ງນີ້ຈະເກີດຂື້ນກັບ ພວກ­ເຂົາ; ພວກເຂົາ​ຈະ​ຖືກກວາດລ້າງ ແລະ​ໄປ​ເປັນ​ຊະ­ເລີຍ. \v 12 ເຈົ້າເມືອງທັງຫລາຍໃນຫມູ່​ພວກ­ເຂົາ ຈະ​ຍົກ​ເຄື່ອງ​ຂອງ​ຂຶ້ນ​ໃສ່​ບ່າ​ໃນ​ເວ­ລາ​ມືດ, ແລະ​ອອກ​ໄປທາງກຳ­ແພງ. ພວກ­ເຂົາ​ຈະ​ເຈາະ​ທະລຸຜ່ານກຳແພງ ແລະ​ຍົກເຄື່ອງຂອງພວກເຂົາອອກ​ໄປ​. ພວກເຂົາ​ຈະ​ປົກ​ຫນ້າ​ຂອງ­ຕົນ, ເພື່ອ​ວ່າ​ເຂົາຈະ​ບໍ່​ແນມ​ເຫັນ​ແຜ່ນ­ດິນ​ດ້ວຍ​ຕາ​ຂອງ​ພວກເຂົາ. \v 13 ແລະ​ເຮົາ​ຈະ​ກາງ​ແຫ​ຂອງ​ເຮົາ​ປົກ​ເຂົາ ແລະ​ເຂົາຈະ​ຕິດ​ກັບ​ຂອງເຮົາ; ແລະ​ເຮົາ​ຈະ​ນຳເຂົາ​ເຂົ້າ­ໄປ​ໃນ​ບາ­ບີ­ໂລນ​ແຜ່ນ­ດິນ​ຂອງ​ຄົນ​ບາ­ບີ­ໂລນ ເຖິງ​ປານ​ນັ້ນ, ແຕ່ເຂົາ​ຈະ​ຍັງ​ແນມ​ບໍ່​ເຫັນ​ແຜ່ນ­ດິນ​ນັ້ນ ແລະ​ຈະ​ຕ້ອງ​ຕາຍ​ຢູ່​ບ່ອນ­ນັ້ນ.