2019-10-15 03:06:15 +00:00
|
|
|
\v 42 ແລະເມື່ອເຮົານຳເຈົ້າເຂົ້າໃນແຜ່ນດິນອິດສະຣາເອນ ເຂົ້າໄປຍັງແຜ່ນດິນທີ່ເຮົາໄດ້ຍົກມືປະຕິຍານໄວວ້າ ຈະຍົກໃຫ້ແກ່ບັນພະບູລຸດຂອງພວກເຈົ້າ, ແລ້ວພວກເຈົ້າຈະຮູ້ວ່າວ່າ ເຮົາແມ່ນພຣະຢາເວ. \v 43 ໃນບ່ອນນັ້ນ ພວກເຈົ້າຈະລະນຶກເຖິງວິທີທາງອັນຊົ່ວຮ້າຍ ແລະການກະທຳທັງຫມົດຂອງເຈົ້າ ຊຶ່ງເຈົ້າໄດ້ເຮັດໃຫ້ຕົວຂອງເຈົ້າເປັນມົນທິນ ແລະພວກເຈົ້າຈະກຽດຊັງຕົວເຈົ້າເອງໃນສາຍຕາຂອງເຈົ້າເອງ, ເພາະຄວາມຊົ່ວທັງຫລາຍຊຶ່ງເຈົ້າໄດ້ເຮັດນັ້ນ. \v 44 ດັ່ງນັ້ນພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ ເມື່ອເຮົາໄດ້ເຮັດແບບນີ້ກັບເຈົ້າ ເພາະເຫັນແກ່ນາມຂອງເຮົາບໍ່ແມ່ນຕາມວິທີທາງອັນຊົ່ວຮ້າຍຂອງເຈົ້າ, ຫລືຕາມການກະທຳທີ່ເຊື່ອມກຽດຂອງເຈົ້າ, ໂອ ເຊື້ອສາຍອິດສະຣາເອນເອີຍ-ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ.”'
|