2019-10-15 09:58:53 +00:00
|
|
|
\v 13 ເບິ່ງແມ! ເຮົາຕົບມືຂອງເຮົາເນື່ອງຈາກຜົນກຳໄລອະທຳທີ່ເຈົ້າໄດ້ເຮັດ, ແລະການຫລັ່ງເລືຶອດໃນທ່າມກາງຂອງພວກເຂົາ. \v 14 ໃຈເຈົ້າຈະຝືນທົນ, ແລະມືຂອງເຈົ້າຈະແຂງແຮງ ໃນວັນທີ່ເຮົາຈະລົງໂທດເຈົ້າໄດ້ບໍ? ເຮົາແມ່ນພຣະຢາເວໄດ້ປະກາດສິ່ງນີ້ແລ້ວ, ແລະເຮົາຈະເຮັດຕາມນັ້ນ. \v 15 ດັ່ງນັ້ນ ເຮົາຈະໃຫ້ພວກເຈົ້າກະຈັດກະຈາຍໄປໃນທ່າມກາງປະຊາຊາດຕ່າງໆ ແລະໃຫ້ເຈົ້າກະຈາຍໄປທົ່ວດິນແດນຕ່າງໆ. ໃນວິທີນີ້, ເຮົາຈະເຜົາເອົາຄວາມເປິະເປື້ອນອອກຈາກເຈົ້າເສຍ. \v 16 ດັ່ງນັ້ນ ເມື່ອເຈົ້າເປັນສິ່ງທີ່ບໍ່ບໍລິສຸກໃນສາຍຕາຂອງປະຊາຊາດທັງຫລາຍ. ແລ້ວເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ”
|