2019-10-15 08:18:53 +00:00
|
|
|
\v 28 ດັ່ງນັ້ນ, ບຸດແຫ່ງມະນຸດເອີຍ, ຈົ່ງປະກາດພຣະຄຳແລະກ່າວວ່າ ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ກ່ຽວກັບຄົນອຳໂມນ ແລະກ່ຽວກັບຄວາມອັບອາຍຂອງເຂົາທີ່ກຳລັງຈະມາ: ດາບເຫລັ້ມຫນຶ່ງ, ຖືກຖອດອອກ! ມັນຖືກຂັດເພື່ອການຂ້າຟັນ, ດັ່ງນັ້ນ ມັນຖືດຂັດໃຫ້ເຫລື້ອມເຫມືອນຟ້າແລບ! \v 29 ຂະນະທີ່ຜູ້ເຜີຍຄຳທຳນວາຍເຫັນນິມິດບໍ່ຈິງແກ່ເຈົ້າ, ຂະນະທີ່ພວກເຂົາໄດ້ເຮັດພິທິການ ເພື່ອໃຫ້ຄຳທຳນວາຍຂີ້ຕົວະແກ່ເຈົ້າ, ດາບນີ້ກໍຈະວາງໄວ້ເທິງຄໍຂອງຄົນຊົ່ວຊຶ່ງຈະຕ້ອງຖືກຂ້າ, ວັນເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ແລະວັນແຫ່ງຄວາມຊົ່ວຊ້າຈະສິ້ນສຸດລົງແລ້ວ.
|