2019-10-12 15:12:55 +00:00
|
|
|
\v 3 ຝ່າຍເຫລົ່າເຄຣຸບນັ້ນຢືນຢູ່ດ້ານຂວາຂອງພຣະວິຫານ ຂະນະທີ່ຊາຍຄົນນັ້ນເຂົ້າໄປຂ້າງໃນ, ແລະມີເມກໄດ້ປົກຄຸມຢູ່ທົ່ວເດີນເມືອງທາງໃນ. \v 4 ພຣະສີລິຂອງພຣະຢາເວໄດ້ປະກົດຂຶ້ນຈາກເຫລົ່າເຄຣຸບ ແລະໄດ້ຢຶນເຫນືອປະຕູພຣະວິຫານ. ພຣະວິຫານນັ້ນກໍມີເມກປົກຄຸມຢູ່ເຕັມ, ແລະເດີ່ນນັ້ນກໍເຕັມໄປດ້ວຍແສງສະຫວ່າງຂອງລັດສະຫມີພາບແຫ່ງພຣະສີລິຂອງພຣະຢາເວ. \v 5 ແລະສຽງຂອງປີກທັງຫລາຍຂອງເຫລົ່າເຄຣຸບກໍໄດ້ຍິນໄປເຖິງເດີ່ນຊັ້ນນອກ ເຫມືອນພຣະສຸລະສຽງຂອງພຣະເຈົ້າຜູ້ມີລິດທານຸພາບເມື່ອພຣະອົງຊົງກ່າວ.
|