2019-10-13 07:25:55 +00:00
|
|
|
|
\v 11 ຈົ່ງກ່າວວ່າ, ‘ຂ້າພະເຈົ້າເປັນຫມາຍສຳຄັນສຳລັບພວກທ່ານ. ທີ່ຂ້າພະເຈົ້າໄດ້ເຮັດແລ້ວນີ້, ດັ່ງນັ້ນສິ່ງນີ້ຈະເກີດຂື້ນກັບ ພວກເຂົາ; ພວກເຂົາຈະຖືກກວາດລ້າງ ແລະໄປເປັນຊະເລີຍ.’ \v 12 ເຈົ້າເມືອງທັງຫລາຍໃນຫມູ່ພວກເຂົາ ຈະຍົກເຄື່ອງຂອງຂຶ້ນໃສ່ບ່າໃນເວລາມືດ, ແລະອອກໄປທາງກຳແພງ. ພວກເຂົາຈະເຈາະທະລຸຜ່ານກຳແພງ ແລະຍົກເຄື່ອງຂອງພວກເຂົາອອກໄປ. ພວກເຂົາຈະປົກຫນ້າຂອງຕົນ, ເພື່ອວ່າເຂົາຈະບໍ່ແນມເຫັນແຜ່ນດິນດ້ວຍຕາຂອງພວກເຂົາ. \v 13 ແລະເຮົາຈະກາງແຫຂອງເຮົາປົກເຂົາ ແລະເຂົາຈະຕິດກັບຂອງເຮົາ; ແລະເຮົາຈະນຳເຂົາເຂົ້າໄປໃນບາບີໂລນແຜ່ນດິນຂອງຄົນບາບີໂລນ ເຖິງປານນັ້ນ, ແຕ່ເຂົາຈະຍັງແນມບໍ່ເຫັນແຜ່ນດິນນັ້ນ ແລະຈະຕ້ອງຕາຍຢູ່ບ່ອນນັ້ນ.
|