2019-10-13 17:01:07 +00:00
|
|
|
\v 22 ພຣະຢາເວພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: “ດັ່ງນັ້ນ ເຮົາເອງຈະເອົາຍອດສູງຂອງຕົ້ນແປກປັກໄວ້, ແລະເຮົາຈະຫັກກິ່ງງ່າອ່ອນຂອງມັນອອກຈາກຍອດຂອງມັນມາ ແລະເຮົາເອງຈະປູກມັນໄວ້ເທິງພູເຂົາສູງ ແລະໃຫຍ່. \v 23 ແລະເຮົາຈະປູກມັນໄວ້ເທິງພູເຂົາສູງຂອງອິດສະຣາເອນ ເພື່ອຈະແຕກກິ່ງງ່າ ແລະເກີດຜົນ, ແລະກາຍເປັນຕົ້ນແປກທີ່ດີເລີດ ດັ່ງນັ້ນ ນົກທຸກຊະນິດຈະມາອາໄສຢູ່ກ້ອງມັນ. ນົກທຸກຊະນິດຈະມາເຮັດຮັງຢູ່ທີ່ຮົ່ມກິ່ງກ້ານຂອງມັນ.
|