2019-10-31 08:58:59 +00:00
|
|
|
|
\c 29 \v 1 ໃນວັນທີສິບສອງ, ເດືອນສິບ, ປີທີສິບ ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງຕັ້ງຫນ້າຂອງເຈົ້າຕໍ່ສູ້ຟາຣາໂອ, ກະສັດແຫ່ງເອຢິບ; ຈົ່ງກ່າວຄຳທຳນວາຍຕໍ່ສູ້ກະສັດ ແລະ ຊາວເອຢິບທັງຫມົດ. \v 3 ຈົ່ງປະກາດ ແລະ ກ່າວວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ໋! ເຮົາຕໍ່ສູ້ເຈົ້າ, ຟາຣາໂອ, ກະສັດແຫ່ງເອຢິບເອີຍ. ເຈົ້າຜູ້ເປັນສັດຮ້າຍທີ່ໃນທະເລ ຊຶ່ງລີ້ຊ້ອນຢູ່ໃນກາງແມ່ນໍ້າ, ຜູ້ກ່າວວ່າ, "ແມ່ນ້ຳນີ້ເປັນຂອງຂ້ອຍ. ຂ້ານ້ອຍໄດ້ສ້າງມັນຂື້ນມາເພື່ອຕົນເອງ."
|