lo_ezk_text_ulb_l3/20/40.txt

1 line
1.6 KiB
Plaintext
Raw Normal View History

\v 40 ເພາະວ່າ​ຢູ່ເທິງ​ພູ­ເຂົາ​ບໍ­ຣິສຸດ​ຂອງ​ເຮົາ, ຄື​ພູ­ເຂົາ​ສູງ​ຂອງ​ແຫ່ງອິດສະຣາເອນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ບັນ­ດາ​ເຊື້ອ­ສາຍ​ທັງ​ຫມົດ​ຂອງ​ອິດສະຣາເອນຈະນະມັດສະການເຮົາຢູ່ທີ່ໃນແຜ່ນດິນນັ້ນ. ເຮົາຍິນດີ​ທີ່ຈະຮັບເອົາເຄື່ອງ​ຖວາຍ​ຂອງ​ພວກເຈົ້າໃນ​ທີ່ນັ້ນ, ແລະ ທັງຜົນ​​ທຳ­ອິດ​ແຫ່ງ​ເຄື່ອງບັນນາການ​ອັນ​ບໍ­ຣິ­ສຸດ​ທັງ​ຫມົດ​ຂອງ​ເຈົ້າ. \v 41 ​ເຮົາ​ຈະຍອມຮັບເອົາເຫມືອນກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າ​ອອກ​​ຈາກ​ຊົົນຊາດທັງຫລາຍ ແລະ ຮວບຮວມພວກເຈົ້າອອກຈາກປະ­ເທດ​ທີ່​ພວກເຈົ້າ​ຖືກກະ­ຈັດ­ກະ­ຈາຍ​ໄປ​ຢູ່ນັ້ນ. ເຮົາ​​ສະ­ແດງ​ຄວາມ​ບໍ­ຣິສຸດ​ຂອງ​ເຮົາ​ທ່າມ­ກາງ​ເຈົ້າໃຫ້ປະຊາ­ຊາດ​ທັງ­ຫລາຍໄດ້ເຫັນ.