2019-12-23 04:35:22 +00:00
|
|
|
\v 15 ນີ້ຈະເປັນເຂດແດນຂອງແຜ່ນດິນນີ້ ທາງທິດເຫນືອຈາກທະເລໃຫຍ່ໄປຕາມທາງເມືອງເຮດໂລນ, ແລະ ຕໍ່ໄປຮອດເມືອງເຊດາດ. \v 16 ແລ້ວເຂດແດນຈະໄປຍັງເມືອງເບໂຣທາ, ເຖິງເມືອງຊິບຣາອິມ, ຊຶ່ງຢູ່ລະຫວ່າງເຂດແດນເມືອງດາມັສກັດ ແລະ ເຂດແດນເມືອງຮາມັດ, ແລະ ຮອດເມືອງຮາເຊີ-ຮັດຕິໂກນ, ຊຶ່ງຢູ່ທີ່ເຂດແດນເມືອງຮາອູຣານ. \v 17 ດັ່ງນັ້ນ ເຂດແດນຈະຍາວຈາກທະເລເຖິງເມືອງຮາຊາ-ເອໂນນ ຊຶ່ງຢູ່ທີ່ເຂດແດນທາງເຫນືອຂອງເມືອງດາມັສກັດ ແລະ ເມືອງຮາມັດທາງທິດເຫນືອ. ອັນນີ້ເປັນເຂດພາກເຫນືອ.
|