2019-10-15 03:38:15 +00:00
|
|
|
\v 30 ເພາະສະນັ້ນ ຈົ່ງກ່າວແກ່ເຊື້ອສາຍອິສຣາເອນວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເປັນຫຍັງພວກເຈົ້າເຮັດຕົວໃຫ້ເປັນມົນທິນຕາມຢ່າງວິທີທາງບັນພະບູລຸດຂອງພວກເຈົ້າ? ແລະເປັນຫຍັງພວກເຈົ້າໄດ້ປະພຶດຕົວເຫມືອນຍິງໂສເພນີທີ່ສະແຫວງຫາແຕ່ສິ່ງທີ່ຫນ້າກຽດຊັງຂອງເຂົາແບບນີ້?. \v 31 ເມື່ອພວກເຈົ້າຖວາຍເຄື່ອງບູຊາ ແລະພວກເຈົ້າໄດ້ໂຍນລູກຊາຍເຂົ້າໄປໃນໄຟ, ຈົນເຖິງບັດນີ້ ພວກເຈົ້າກໍໄດ້ເຮັດຕົວໃຫ້ເປັນມົນທິນ ດ້ວຍບັນດາຮູບເຄົາລົບຂອງພວກເຈົ້າທັງຫມົດ. ດັ່ງນັ້ນ ເປັນຫຍັງເຮົາຄວນໃຫ້ພວກເຈົ້າມາຖາມເຮົາຫລື ເຊື້ອສາຍອິດສະຣາເອນເອີຍ-ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາຈະບໍ່ໃຫ້ເຈົ້າມາຖາມເຮົາສັນນັ້ນ. \v 32 ຄືທີ່ພວກເຈົ້າຄິດ. ແລະພວກເຈົ້າເວົ້າວ່າ, ‘ເຮົາຈະເປັນເຫມືອນປະຊາຊາດທັງຫລາຍ ແລະເປັນເຫມືອນເຜົ່າຕ່າງໆໃນປະເທດຕ່າງໆ ຄືການທີ່ຈະນະມັດສະການໄມ້ ແລະສີລາ."
|