2019-10-14 09:37:27 +00:00
|
|
|
\v 35 ສະນັ້ນ, ຍິງແມ່ຈ້າງເອີຍ, ຈົ່ງຟັງພຣະທຳຂອງພຣະຢາເວພຣະຜູ້ເປັນເຈົ້າ. \v 36 ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເພາະວ່າເຈົ້າໂປຍສະເຫນ່ ແລະ ຄວາມເປືອຍກາຍຂອງເຈົ້າກໍເຜີຍອອກໃນການຫລິ້ນຊູ້ຂອງເຈົ້າກັບຄົນຮັກຂອງເຈົ້າທັງຫລາຍ ແລະຮູບເຄົາລົບອັນຫນ້າກຽດຊັງຂອງເຈົ້າທັງຫມົດ ແລະເພາະເລືອດລູກໆຂອງເຈົ້າທີ່ເຈົ້າໄດ້ໃຫ້ແກ່ຮູບເຄົາລົບເຫລົ່ານັ້ນຂອງເຈົ້າ. \v 37 ສະນັ້ນ, ເບິ່ງແມ! ເຮົາຈະຮວບຮວມຄົນຮັກຂອງເຈົ້າທັງຫມົດ ຊຶ່ງເປັນຜູ້ທີ່ເຈົ້າເພີດເພີນດ້ວຍທຸກຄົນທີ່ເຈົ້າຮັກ ແລະທຸກຄົນທີ່ເຈົ້າກຽດຊັງ, ເຮົາຈະຮວບຮວມພວກເຂົາຈາກທຸກດ້ານມາຕໍ່ສູ້ກັບເຈົ້າ ແລະເຮົາຈະເປີດເຜີຍຄວາມເປືອຍກາຍຂອງເຈົ້າຕໍ່ຫນ້າພວກເຂົາ ເພື່ອພວກເຂົາຈະໄດ້ເຫັນການເປືອຍກາຍທັງຫມົດຂອງເຈົ້າ.
|