2019-10-14 09:23:26 +00:00
|
|
|
|
\c 13 \v 1 ອີງຄັ້ງ, ພຣະທຳຂອງພຣະຢາເວມາເຖິງ ຂ້ານ້ອຍ, ກາວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງທຳນວຍກ່າວໂທດ ບັນດາຜູ້ປະກາດພຣະທຳໃນອິດສະຣາເອນ ແລະຈົງກ່າວແກ່ຄົນເຫລົ່ານັ້ນທີ່ກຳລັງປະກາດພຣະທຳຕາມຄວາມຝັນຂອງຕົນວ່າ ‘ຈົ່ງຟັງພຣະທຳຂອງພຣະຢາເວ,’ \v 3 ພຣະຢາເວພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ວິບັດແກ່ເຫລົ່າຜູ້ປະກາດພຣະທຳໂງ່ຈ້າ ຊຶ່ງເຮັດຕາມພະວິຍານຂອງພວກເຂົາເອງ, ແຕ່ບໍ່ເຄີຍໄດ້ເຫັນຫຍັງເລີຍ. \v 4 ອິດສະຣາເອນເອີຍ ພວກຜູ້ປະກາດພຣະທຳຂອງພວກເຈົ້າເປັນເຫມືອນດັ່ງຫມາຈິ້ງຈອກຢູ່ໃນທ່າມກາງສິ່ງທີ່ຮົກຮ້າງເພພັງ.
|