2019-10-15 11:20:03 +00:00
|
|
|
\v 26 ປະໂລຫິດຂອງພວກເຂົາໄດ້ລະເມີດພຣະບັນຍັດຂອງເຮົາແລະໄດ້ຫມິ່ນປະຫມາດສິ່ງບໍຣິສຸດຂອງເຮົາ. ພວກເຮົາກໍບໍ່ແຍກແຍະລະຫວ່າງບັນດາສິ່ງບໍຣິສຸດ ແລະ ສິ່ງທີ່ບໍໍ່ບໍຮິສຸດ, ແລະບໍ່ໄດ້ສອນຄວາມແຕກຕ່າງລະຫວ່າງສິ່ງທີ່ສະອາດ ແລະສິ່ງທີ່ເປັນມົນທິນ. ພວກເຂົາເຊື່ອງຫູເຊື່ອງຕາ ບໍ່ຮັກສາບັນດາສະບາໂຕຂອງເຮົາ. ດ້ວຍເຫດຜົນນີ້ ເຮົາຈຶ່ງຖືກລົບລູ່ດູຫມິ່ນໃນທ່າມກາງພວກເຂົາ. \v 27 ບັນດາເຈົ້າເມືອງໃນທ່າມກາງແຜ່ນດິນເປັນເຫມືອນຫມາປ່າທີ່ຈີກຊີ້ນຂອງເຫຍື່ອຂອງພວກມັນອອກ. ພວກເຂົາ ເຮັດໃຫ້ເກີດການຫລັ່ງເລືອດ ແລະທຳລາຍຊີວິດເພື່ອຈະເອົາກຳໄລອັນບໍ່ສັດຊື່ \v 28 ແລະບັນດາຜູ້ປະກາດພຣະຄຳຂອງແຜ່ນດິນນັ້ນກໍໂບກດ້ວຍປູນຂາວ; ພວກເຂົາເຫັນນິມິດບໍ່ຈິງ ແລະໃຫ້ຄຳທຳນວຍຂີ້ຕົວະແກ່ພວກເຂົາ ໂດຍກ່າວວ່າ ‘ອົງພຣະຜູ້ເປັນເຈົ້າພຣະເຈົ້າກ່າວດັ່ງນີ້’ ທັງທີ່ພຣະຜູ້ເປັນເຈົ້າບໍ່ໄດ້ກ່າວເລີຍ
|