2019-10-14 09:01:26 +00:00
|
|
|
\v 15 ດັ່ງນັ້ນ ເຢຣູຊາເລັມ ຈະກາຍເປັນສິ່ງຄົນອຶ່ນໆປະນາມ ແລະເຍາະເຍີ້ຍ, ເປັນຄຳສັ່ງສອນແລະເປັນທີ່ຫນ້າອັບອາຍຂອງປະຊາຊາດທີ່ຢູ່ອ້ອມຮອບເຈົ້າ. ເຮົາຈະພິພາກສາລົງໂທດເຈົ້າດ້ວຍຄວາມໂກດຮ້າຍ ແລະຄວາມຮ້ອນຮົນ ແລະດ້ວຍການສັ່ງສອນຢ່າງໂກດຮ້າຍຂອງເຮົາ. ເຮົາ, ແມ່ນພຣະຢາເວໄດ້ລັ່ນຄຳເວົ້າເຊັ່ນນີ້ແລ້ວ! \v 16 ເຮົາຈະປ່ອຍລູກຫນ້າທະນູແຫ່ງການອຶດຢາກອາຫານຕໍ່ເຈົ້າ, ແລ້ວຈະກາຍເປັນວິທີທີ່ ຊຶ່ງເຮົາຈະປ່ອຍໄປທຳລາຍເຈົ້າ. ແລະເຮົາເພີ່ມການອຶດຢາກອາຫານໃຫ້ເຈົ້າ ແລະເຮົາທຳລາຍອາຫານຫລັກຂອງພວກເຈົ້າເສຍ. \v 17 ເຮົາຈະສົ່ງຄວາມອຶດຢາກອາຫານ ແລະໄພພິບັດມາຍັງພວກເຈົ້າ ດັ່ງນັ້ນ ເຈົ້າຈະບໍ່ມີລູກ. ໄພພິບັດ ແລະການຫລັ່ງເລືອດຈະຜ່ານຕົວເຈົ້າ ແລະເຮົາຈະນຳດາບມາສູ່ເຈົ້າ- ເຮົາ, ແມ່ນພຣະຢາເວຜູ້ໄດ້ກ່າວຄຳເວົ້າເຊັ່ນນີ້ແຫລະ”
|