2019-11-02 01:42:05 +00:00
|
|
|
\v 19 ເຮົາໄດ້ກະຈັດກະຈາຍພວກເຂົາໄປທ່າມກາງບັນດາປະຊາຊາດ; ພວກເຂົາໄດ້ຖືກກະຈັດກະຈາຍໄປຕາມດິນແດນຕ່າງໆ. ເຮົາໄດ້ພິພາກສາພວກເຂົາຕາມວິທີທາງ ແລະ ການກະທຳຂອງພວກເຂົາເອງ. \v 20 ແລ້ວພວກເຂົາໄປຫາບັນດາປະຊາຊາດຕ່າງໆ, ແລະ ບໍ່ວ່າໄປເຖິງບ່ອນໃດກໍຕາມ, ພວກເຂົາໄດ້ເຮັດໃຫ້ພຣະນາມບໍຣິສຸດຂອງເຮົາເຊື່ອມເສຍ ເມື່ອຄົນທັງຫລາຍເວົ້າເຖິງພວກເຂົາວ່າ, 'ຄົນເຫລົ່ານີ້ເປັນປະຊາກອນຂອງພຣະຢາເວແທ້ບໍ? ເພາະພວກເຂົາຖືກໂຍນອອກຈາກແຜ່ນດິນຂອງພຣະອົງ?' \v 21 ແຕ່ເຮົາຍັງມີຄວາມເປັນຫ່ວງພຣະນາມບໍຣິສຸດຂອງເຮົາ ຊຶ່ງຊົນຊາດອິດສະຣາເອນ ໄດ້ເຮັດໃຫ້ເຊື່ອມເສຍກຽດທ່າມກາງປະຊາຊາດທີ່ພວກເຂົາໄດ້ໄປນັ້ນ.
|