lo_exo_tn_l3/32/21.txt

30 lines
3.8 KiB
Plaintext

[
{
"title": "ແລ້ວໂມເຊກ່າວກັບອາໂຣນວ່າ, \"ປະຊາຊົນນີ້ເຮັດຫຍັງ ... ນຳບາບໃຫຍ່ນີ້ມາສູ່ພວກເຂົາ?\"",
"body": "ສາມາດເວົ້າໃນທາງການຂຽນທາງອ້ອມໄດ້. ອາດແປໄດ້ອີກວ່າ: \"ແລ້ວໂມເຊໄດ້ຖາມອາໂຣນເຖິງສິ່ງທີ່ປະຊາຊົນເຮັດຫຍັງກັບລາວ, ທີ່ວ່າລາວໄດ້ນຳຄວາມບາບໃຫຍ່ນີ້ມາສູ່ພວກເຂົາ\" (ເບິ່ງເພີ່ມເຕີມ: figs_quotations)"
},
{
"title": "ເຈົ້າຈຶ່ງນຳບາບໃຫຍ່ນີ້ມາສູ່ພວກເຂົາ",
"body": "ໂມເຊເວົ້າກ່ຽວກັບວ່າ ເຫດທີ່ປະຊາຊົນໄດ້ເຮັດບາບ ເຫມືອນກັບວ່າບາບແມ່ນວັດຖຸ ແລະ ອາໂຣນໄດ້ວາງໃສ່ເທິງພວກເຂົາ. ອາດແປໄດ້ອີກວ່າ: \"ເຈົ້າເປັນເຫດໃຫ້ພວກເຂົາເຮັດບາບອັນຫນ້າຢ້ານກົວ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ຢ່າໃຫ້ຄວາມໂກດຮ້າຍຂອງທ່ານເຜົາໄຫມ້ຂຶ້ນເລີຍ",
"body": "ອາໂຣນເວົ້າກ່ຽວກັບຄວາມໂກດຮ້າຍຂອງໂມເຊ ເຫມືອນກັບເປັນໄຟທີ່ສາມາດເຜົາຜານ. \"ຂໍຢ່າໂກດຮ້າຍຢ່າງຮຸນແຮງເລີຍ\" (ບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພວກເຂົາຮູ້ວິທີທີ່ຈະເຮັດຊົ່ວ",
"body": "ເປັນທີ່ຕົກລົງໃຈທີ່ຈະເຮັດຊົ່ວເຫມືອນກັບການເວົ້າຕັ້ງໃຈທີ່ຈະເຮັດຊົ່ວຢູ່ແລ້ວ. ອາດແປໄດ້ອີກວ່າ: \"ພວກເຂົາຕົກລົງໃຈທີ່ຈະເຮັດສິ່ງຊົ່ວຮ້າຍນີ້\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ດ້ວຍວ່າໂມເຊຄົນນີ້",
"body": "ປະຊາຊົນບໍ່ໄດ້ສະແດງຄວາມເຄົາລົບໂດຍການໃຊ້ຄຳວ່າ \"ຄົນນີ້\" ດ້ານຫລັງຊື່ຂອງລາວ, ເຫມືອນກັບໂມເຊແມ່ນຄົນບາງຄົນທີ່ພວກເຂົາບໍ່ຮູ້ຈັກ ແລະ ບໍ່ສາມາດໄວ້ວາງໃຈໄດ້. "
},
{
"title": "ດັ່ງນັ້ນ ຂ້ານ້ອຍໄດ້ຕອບພວກເຂົາວ່າ, 'ໃຜມີຄຳ, ໃຫ້ປົດອອກມາ.'",
"body": "ສາມາດເວົ້າໃນຮູບແບບການຂຽນທາງອ້ອມໄດ້. ອາດແປໄດ້ອີກວ່າ: \"ດັ່ງນັ້ນຂ້ານ້ອຍໄດ້ບອກພວກເຂົາວ່າ ຜູ້ໃດກໍຕາມທີ່ມີຄຳໃຫ້ປົດອອກມາ\" (ເບິ່ງເພີ່ມເຕີມ: figs_quotations)"
},
{
"title": "ຂ້ານ້ອຍກໍໄດ້ໂຍນລົງໄປໃນໄຟ ແລະ ຜົນກໍຄືລູກງົວນີ້",
"body": "ແທນທີຈະຮັບຜິດຊອບວ່າໄດ້ເຮັດລູກງົວນີ້, ອາໂຣນອ້າງວ່າລູກງົວອອກມາໂດຍເຫນືອທຳມະຊາດດ້ວຍໄຟເຜົາຜານ."
}
]