lo_exo_tn_l3/16/06.txt

18 lines
3.5 KiB
Plaintext

[
{
"title": "ພວກເຮົາທັງສອງເປັນໃຜທີ່ພວກເຈົ້າຈົ່ມວ່າຕໍ່ສູ້ພວກເຮົາ?",
"body": "ໂມເຊ ແລະ ອາໂຣນໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າ ປະຊາຊົນໄດ້ເຮັດໃນສິ່ງທີ່ໂງ່ຈ້າ ໃນການຈົ່ມວ່າຕໍ່ສູ້ພວກເຂົາ. ອາດແປໄດ້ອີກວ່າ: \"ພວກເຮົາບໍ່ມີຣິດນາດພຽງພໍໃຫ້ພວກເຈົ້າມາຈົ່ມວ່າຕໍ່ສູ້ພວກເຮົາດອກ.\" ຫລື \"ມັນເປັນສິ່ງທີ່ໂງ່ຈ້າຫລາຍ ທີ່ມາຈົ່ມວ່າຕໍ່ສູ້ພວກເຮົາ, ເພາະວ່າພວກເຮົາບໍ່ສາມາດເຮັດໃນສິ່ງທີ່ພວກເຈົ້າຕ້ອງການໄດ້.\" (ເບິ່ງເພີ່ມເຕີມ: figs_rquestion ແລະ figs_explicit)"
},
{
"title": "ອາຫານ",
"body": "ໂມເຊເວົ້າກ່ຽວກັບອາຫານທີ່ພຣະເຈົ້າຈະສົ່ງມາ ເຫມືອນເຂົ້າຈີ່. ຊາວອິດສະຣາເອນຈະກິນອາຫານນີ້ທຸກໆວັນ, ເຫມືອນກັບພວກເຂົາໄດ້ກິນເຂົ້າຈີ່ທຸກໆວັນກ່ອນຫນ້ານີ້. ເບິ່ງວິທີການແປນີ້ເພີ່ມເຕີມໃນ 16:4. ອາດແປໄດ້ອີກວ່າ: \"ອາຫານ\" ຫລື \"ອາຫານເຫມືອນກັບເຂົ້າຈີ່\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ທັງອາໂຣນ ແລະຂ້ອຍເປັນໃຜ?",
"body": "ໂມເຊໃຊ້ຄຳຖາມນີ້ເພື່ອສະແດງໃຫ້ປະຊາຊົນເຫັນວ່າທັງລາວແລະ ອາໂຣນບໍ່ມີອຳນາດ ທີ່ຈະໃຫ້ພວກເຂົາສິ່ງທີ່ພວກເຂົາຕ້ອງການ. ອາດແປໄດ້ອີກວ່າ: \"ອາໂຣນ ແລະຂ້ອຍບໍ່ສາມາດໃຫ້ພວກເຈົ້າ ໃນສິ່ງທີ່ພວກເຈົ້າຕ້ອງການ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ພວກເຈົ້າບໍ່ໄດ້ຈົ່ມຕໍ່ວ່າພວກເຮົາ; ແຕ່ພວກເຈົ້າໄດ້ຕໍ່ວ່າພຣະຢາເວ",
"body": "ປະຊາຊົນກຳລັງຈົ່ມວ່າຕໍ່ສູ້ໂມເຊ ແລະ ອາໂຣນ, ຜູ້ຊຶ່ງເປັນຜູ້ຮັບໃຊ້ຂອງພຣະຢາເວ. ດັ່ງນັ້ນ ໂດຍການຈົ່ມວ່າຕໍ່ສູ້ພວກເຂົາ, ປະຊາຊົນໄດ້ຈົ່ມວ່າຕໍ່ສູ້ພຣະຢາເວແທ້ໆ. ອາດແປໄດ້ອີກວ່າ: \"ການຈົ່ມວ່າຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ; ພວກເຂົາໄດ້ຕໍ່ສູ້ພຣະຢາເວ, ເພາະວ່າພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ\" (ເບິ່ງເພີ່ມເຕີມ: figs_explicit)"
}
]