lo_exo_tn_l3/14/10.txt

26 lines
4.0 KiB
Plaintext

[
{
"title": "ເມື່ອຟາຣາໂອໄດ້ເຂົ້າມາໃກ້",
"body": "ຄຳວ່າ \"ຟາຣາໂອ\" ທີ່ນີ້ອ້າງອິງເຖິງທະຫານຊາວເອຢິບທັງຫມົດ. ອາດແປໄດ້ອີກວ່າ: \"ເມື່ອຟາຣາໂອ ແລະທະຫານຂອງພະອົງເຂົ້າມາໃກ້\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພວກເຂົາກໍຢ້ານຫລາຍ",
"body": "\"ຊາວອິສະຣາເອນກໍຢ້ານຫລາຍ\" "
},
{
"title": "ຂຸມຝັງສົບໃນເອຢິບບໍ່ມີບໍ, ທ່ານຈຶ່ງໄດ້ພາພວກເຮົາອອກມາຕາຍໃນຖິ່ນແຫ້ງແລ້ງກັນດານນີ້?",
"body": "ຊາວອິສະຣາເອນຖາມຄຳຖາມນີ້ເພື່ອສະແດງໃຫ້ເຫັນ ເຖິງຄວາມຮູ້ສືກບໍ່ພໍໃຈ ແລະ ຄວາມຮູ້ສືກຢ້ານຕາຍ. ນີ້ເປັນຄຳຖາມທີ່ຈູງໃຈຊຶ່ງສາມາດແປໃຫ້ເປັນປະໂຫຍກດັ່ງນີ້. ອາດແປໄດ້ອີກວ່າ: \"ມີຂຸມຝັງສົບຢ່າງຫລວງຫລາຍໃນອີຢິບ ສາມາດຝັງພວກເຮົາໄດ້ໃນນັ້ນ. ເຈົ້າກັບພາພວກເຮົາມາຕາຍໃນຖິ່ນແຫ້ງແລ້ງກັນດານ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": " ເປັນຫຍັງທ່ານຈຶ່ງເຮັດກັບພວກເຮົາຢ່າງນີ້, ຄືພາພວກເຮົາອອກມາຈາກເອຢິບ?",
"body": "ຊາວອິສະຣາເອນຖາມຄຳຖາມນີ້ ເພື່ອຕຳຫນິໂມເຊ ທີ່ໄດ້ນຳພວກເຂົາອອກມາສູ່ຖິ່ນແຫ້ງແລ້ງກັນເພື່ອໃຫ້ເຖິງຄວາມຕາຍ. ນີ້ແມ່ນຄຳຖາມທີ່ຈູງໃຈສາມາດແປໃຫ້ເປັນປະໂຫຍກ. ອາດແປໄດ້ອີກວ່າ: \"ເຈົ້າໄດ້ເຮັດກັບພວກເຮົາຢ່າງນີ້ ໂດຍການນຳພວກເຮົາອອກມາຈາກເອຢິບ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເຮົາບອກທ່ານໃນເອຢິບແລ້ວບໍ່ແມ່ນບໍ? ",
"body": "ຊາວອິສະຣາເອນຖາມຄຳຖາມນີ້ ເພື່ອເນັ້ນວ່ານີ້ແມ່ນສິ່ງພວກເຂົາໄດ້ບອກໂມເຊແລ້ວ. ນີ້ແມ່ນຄຳຖາມທີ່ຈູງໃຈສາມາດແປເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: \"ນີ້ແມ່ນສິ່ງທີ່ພວກເຮົາໄດ້ບອກເຈົ້າຢ່າງແນ່ນອນ ໃນຂະນະທີ່ພວກເຮົາຍັງຢູ່ທີ່ເອຢິບ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ຈົ່ງປ່ອຍພວກເຮົາຕາມລຳພັງ, ໃຫ້ພວກເຮົາຮັບໃຊ້ຊາວເອຢິບເຖີ້ນ",
"body": "ນີ້ສາມາດເວົ້າເປັນຖ້ອຍຄຳທີ່ເຫມືອນກັບອ້ອມໆ. ອາດແປໄດ້ອີກວ່າ: \"ພວກເຮົາໄດ້ບອກເຈົ້າວ່າ ປ່ອຍພວກເຮົາຕາມລຳພັງ, ເພື່ອພວກເຮົາຈະສາມາດເຮັດວຽກໃຫ້ກັບຊາວເອຢິບ.\" (ເບິ່ງເພີ່ມເຕີມ: figs_quotations)"
}
]