lo_exo_tn_l3/13/08.txt

26 lines
4.3 KiB
Plaintext

[
{
"title": "ໃນມື້ນັ້ນ ຈົ່ງບອກລູກທັງຫລາຍຂອງເຈົ້າ, 'ການເຮັດສິ່ງນີ້ກໍເພາະພຣະຢາເວໄດ້ກະທຳເພື່ອເຮົາໃນຂະນະທີ່ເຮົາອອກມາຈາກເອຢິບ.'",
"body": "ຖ້ອຍຄຳນີ້ສາມາດເປັນປະໂຫຍກທີ່ເວົ້າແບບທາງອ້ອມ. ອາດແປໄດ້ອີກວ່າ:\" ໃນມື້ນັ້ນພວກເຈົ້າຈົ່ງບອກລູກຫລານຂອງພວກເຈົ້າວ່າ ສິ່ງນີ້ເປັນເພາະວ່າພຣະຢາເວໄດ້ກະທຳສຳລັບພວກເຈົ້າ ເມື່ອພວກເຈົ້າອອກມາຈາກເອຢິບ\" (ເບິ່ງເພີ່ມເຕີມ: figs_quotations)"
},
{
"title": "ນີ້ຈະເປັນດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ, ແລະທີ່ຫນ້າຜາກຂອງເຈົ້າ",
"body": "ສອງອະໄວຍະວະເຫລົ່ານີ້ທີ່ແຕກຕ່າງກັນຂອງຮ່າງກາຍເພື່ອເຕືອນໃຈເພື່ອວ່າປະຊາຊົນຈະບໍ່ລືມສິ່ງທີ່ສຳຄັນບາງຢ່າງ. (ເບິ່ງເພີ່ມເຕີມ: figs_parallelism)"
},
{
"title": "ດັ່ງສິ່ງເຕືອນໃຈທີ່ມືຂອງເຈົ້າ",
"body": "ໂມເຊບອກໃຫ້ສະຫລອງເທສະການເຫມືອນກັບວ່າມີສິ່ງຂອງທີ່ມັດທີ່ມືຂອງພວກເຂົາເພື່ອເປັນສິ່ງເຕືອນໃຈຂອງສິ່ງທີ່ພຣະຢາເວໄດ້ເຮັດສຳເລັດແລ້ວ. ອາດແປໄດ້ອີກວ່າ: \"ເຫມືອນກັບບາງສິ່ງທີ່ເຈົ້າມັດທີ່ມືຂອງພວກເຈົ້າເພື່ອເປັນສິ່ງເຕືອນໃຈ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ທີ່ຫນ້າຜາກຂອງເຈົ້າ",
"body": "ໂມເຊບອກໃຫ້ສະຫລອງເທສະການ ເຫມືອນກັບວ່າມີສິ່ງຂອງທີ່ຄຽນໄວ້ທີ່ຫນ້າຜາກຂອງພວກເຂົາເພື່ອເປັນສິ່ງເຕືອນໃຈ ຂອງສິ່ງທີ່ພຣະຢາເວໄດ້ເຮັດສຳເລັດແລ້ວ. ອາດແປໄດ້ອີກວ່າ: \"ເຫມືອນກັບບາງສິ່ງທີ່ພວກເຈົ້າຄຽນໄວ້ທີ່ຫນ້າຜາກຂອງພວກເຈົ້າ ເພື່ອເປັນສິ່ງເຕືອນໃຈ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ນີ້ກໍເພື່ອພຣະບັນຍັດຂອງພຣະຢາເວຈະຢູ່ທີ່ປາກຂອງເຈົ້າ",
"body": "ຄຳວ່າ \"ໃນປາກຂອງເຈົ້າ\" ທີ່ນີ້ອ້າງອິງເຖິງຖ້ອຍຄຳທີ່ພວກເຂົາເວົ້າ. ອາດແປໄດ້ອີກວ່າ: \"ດັ່ງນັ້ນພວກເຈົ້າຈະເວົ້າຢູ່ຕະຫລອດເວລາຂອງພຣະບັນຍັດຂອງພຣະຢາເວ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພຣະຫັດອັນເຂັ້ມແຂງ",
"body": "ຄຳວ່າ \"ພຣະຫັດ\" ທີ່ນີ້ແມ່ນອ້າງອິງເຖິງກິດຈະການຂອງພຣະເຈົ້າ ຫລື ງານຂອງພຣະເຈົ້າ. ເບິ່ງເພີ່ມເຕີມວິທີການແປນີ້ໃນຂໍ້ 6:1. ອາດແປໄດ້ອີກວ່າ: \"ຣິດອຳນາດທີ່ເຮົາສະແດງໃຫ້ເຫັນໃນການງານຂອງເຮົາ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]