lo_exo_tn_l3/13/03.txt

30 lines
3.7 KiB
Plaintext

[
{
"title": "ຈົ່ງລະນຶກເຖິງມື້ນີ້",
"body": "ຄຳສັບທີ່ວ່າ \"ຈົ່ງລະນຶກ...ເຖິງ\" ແມ່ນວິທີການເອີ້ນໃຫ້ບາງຄົນມາສົນລະນຶກເຖິງບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: \"ຈົ່ງຈື່ຈຳ ແລະ ສະຫລອງວັນນີ້ (ເບິ່ງເພີ່ມເຕີມ: figs_idiom ແລະ figs_explicit)"
},
{
"title": "ເຮືອນແຫ່ງການເປັນທາດ",
"body": "ໂມເຊເວົ້າກ່ຽວກັບປະເທດເອຢິບ ເຫມືອນກັບວ່າເຮືອນບ່ອນທີ່ເກັບຮັກສາທາດ. ອາດແປໄດ້ອີກວ່າ: \"ສະຖານທີ່ບ່ອນທີ່ເຈົ້າເປັນທາດມາກ່ອນ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ພຣະຫັດຂອງພຣະຢາເວອັນເຂັ້ມແຂງ",
"body": "ທີ່ນີ້ຄຳວ່າ \"ພຣະຫັດ\" ຫມາຍເຖິງຣິດອຳນາດ. ເບິ່ງວິທີການແປ \"ພຣະຫັດອັນເຂັ້ມແຂງ\" ໃນຂໍ້ 6:1. (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຢ່າກິນເຂົ້າຈີ່ທີ່ມີເຊື້ອແປ້ງ",
"body": "ປະໂຫຍກນີ້ສາມາດເວົ້າເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: \"ພວກເຈົ້າຈະຕ້ອງບໍ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ໃນເດືອນອາບິບ",
"body": "ນີ້ເປັນຊື່ຂອງເດືອນທຳອິດຂອງປະຕິທິນເຮັບເຣີ. ອາບິບແມ່ນໃນຊ່ວງຕອນປາຍຂອງເດືອນມີນາ ແລະ ຊ່ວງຕອນຕົ້ນຂອງເດືອນເມສາໃນປະຕິທິນຂອງຊາວຕາເວັນຕົກ. (ເບິ່ງເພີ່ມເຕີມ: translate_hebrewmonths ແລະ translate_names)"
},
{
"title": "ເປັນແຜ່ນດິນທີ່ມີນໍ້ານົມ ແລະນໍ້າເຜີ້ງ",
"body": "ເມື່ອນໍ້ານົມມາຈາກງົວ ແລະ ແບ້, \"ນໍ້ານົມ\" ເປັນຕົວແທນຂອງອາຫານທີ່ຜະລິດມາຈາກຝູງສັດ. ເພາະວ່ານໍ້າເຜີ້ງແມ່ນຜະລິດມາຈາກດອກໄມ້, \"ນໍ້າເຜີ້ງ\" ເປັນຕົວແທນຂອງອາຫານທີ່ມາຈາກຕົ້ນພືດ. ເບິ່ງວິທີການແປນີ້ເພີ່ມເຕີມໃນຂໍ້ 3:7. ອາດແປໄດ້ອີກວ່າ: \"ອາຫານທີ່ມາຈາກຝູງສັດ ແລະ ຈາກພືດ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ພວກເຈົ້າຈົ່ງຖືພິທີປະຕິບັດການນະມັດສະການນີ້",
"body": "ເມື່ອຊາວອິສະຣາເອນອາໄສຢູ່ໃນການາອານ, ພວກເຂົາຕ້ອງສະຫລອງພິທີປັດສະຄາໃນວັນນີ້ຂອງທຸກປີ. ເບິ່ງເພີ່ມເຕີມວິທີການແປວະລີນີ້ໃນຂໍ້ 12:24."
}
]