lo_exo_tn_l3/04/10.txt

30 lines
3.5 KiB
Plaintext

[
{
"title": "ເວົ້າເກັ່ງ",
"body": "\"ນັກເວົ້າທີ່ສຸດຍອດ\""
},
{
"title": "ຂ້ານ້ອຍເປັນຄົນເວົ້າຕິດອ່າງ ແລະບໍ່ຊັດເຈນ",
"body": "ວະລີທີ່ວ່າ \"ເວົ້າຕິດອ່າງ\" ແລະ \"ເວົ້າບໍ່ຊັດເຈນ\" ຄວາມຫມາຍພື້ນຖານເຫມືອນກັນ. ໂມເຊຄຳເວົ້າເຫລົ່ານີ້ເພື່ອເນັ້ນວ່າເຂົາບໍ່ແມ່ນນັກເວົ້າທີ່ດີ. (ເບິ່ງເພີ່ມເຕີມ: figs_doublet)"
},
{
"title": "ເວົ້າບໍ່ຊັດເຈນ",
"body": "ໃນນີ້ຄຳວ່າ \"ລີ້ນ\" ແມ່ນຫມາຍເຖິງຄວາມສາມາດໃນການເວົ້າຂອງໂມເຊ. ອາດແປໄດ້ອີກວ່າ: \"ບໍ່ສາມາດເວົ້າໄດ້ດີ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຜູ້ໃດສ້າງປາກຂອງມະນຸດ?",
"body": "ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າພຣະອົງຊົງເປັນພຣະຜູ້ສ້າງເຮັດເຮັດໃຫ້ມະນຸດສາມາດເວົ້າໄດ້. ອາດແປໄດ້ອີກວ່າ: \"ເຮົາ ພຣະຢາເວເປັນພຣະຜູ້ສ້າງປາກຂອງມະນຸດ ແລະໄດ້ໃຫ້ສາມາດເວົ້າໄດ້!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ຜູ້ໃດສ້າງມະນຸດໃຫ້ປາກກືກ ຫລື ຫູຫນວກ ຫລື ຕາດີ ຫລື ຕາບອດ?",
"body": "ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນໃຫ້ຮູ້ວ່າ ພຣະອົງຊົງເປັນຜູ້ນັ້ນທີ່ຕັດສິນໃຈວ່າ ຖ້າມະນຸດສາມາດເວົ້າ ແລະ ໄດ້ຍິນ, ແລະຖ້າພວກເຂົາສາມາດເຫັນໄດ້. ອາດແປໄດ້ອີກວ່າ: \"ເຮົາ ພຣະຢາເວເຮັດໃຫ້ມະນຸດສາມາດເວົ້າໄດ້, ຫລື ໄດ້ຍິນ, ຫລື ສາມາດເຫັນ, ຫລື ຕາບອດ!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ບໍ່ແມ່ນພຣະຢາເວບໍ?",
"body": "ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນວ່າ ພຣະອົງຜູ້ດຽວທີ່ເຮັດການຕັດສິນໃຈສິ່ງສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: \"ເຮົາ, ພຣະຢາເວ, ເປັນຜູ້ດຽວທີ່ເຮັດສິ່ງນີ້!\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ເຮົາຈະຢູ່ກັບປາກຂອງເຈົ້າ",
"body": "ໃນນີ້ຄຳວ່າ \"ປາກ\" ຫມາຍເຖິງຄວາມສາມໃນການເວົ້າຂອງໂມເຊ. ອາດແປໄດ້ອີກວ່າ: \"ເຮົາຈະໃຫ້ເຈົ້າມີຄວາມສາມາດໃນກາເວົ້າ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]