lo_exo_text_ulb_l3/39/14.txt

1 line
1001 B
Plaintext

\v 14 ອັນຍະມະນີເຫລົ່ານີ້ລຽງຕາມລຳດັບຊື່ຂອງລູກຊາຍສິບສອງຄົນຂອງອິສະຣາເອນ, ລຽງຕາມລຳດັບຊື່. ພວກເຂົາໄດ້ແກະສະຫລັກເຫມືອນດັ່ງແກະຕາປະທັບ, ແຕ່ລະຊື່ຫມາຍເຖີງແຕ່ລະເຜົ່າຂອງສິບສອງເຜົ່າ. \v 15 ພວກເຂົາໄດ້ເຮັດສາຍຄຳຄ້າຍຖັກກ້ຽວເທີງເສື້ອຮັດເອີກ, ເປັນວຽກຖັກດ້ວຍຄຳບໍຣິສຸດ. \v 16 ພວກເຂົາໄດ້ເຮັດເຮືອນຄຳສອງອັນ, ແລະຫູສອງຫູເຮັດດ້ວຍຄຳ, ແລະພວກເຂົາໄດ້ຕິດຫູຄຳສອງຫໍໄວ້ທີສອງມູມຂອງເສື້ອຮັດເອີກ.