lo_exo_text_ulb_l3/37/20.txt

1 line
1.3 KiB
Plaintext

\v 20 ເທີງຄັນຕະກຽງ, ຢູ່ທາງກາງ, ຈະຕ້ອງມີຈອກສີ່ຫນວ່ຍທີ່ເຮັດເປັນເຫມືອນຮູບດອກເອວມ້ອນ, ຮອງດ້ວຍຖານໃບ ແລະດອກທັງຫລາຍ. \v 21 ໃຫ້ເຮັດຖານໃບຫນຶ່ງອັນຮອງຮັບກິ່ງຂະຫນາຄູ່ທຳອິດ - ໃຫ້ເຮັດຂື້ນເປັນເນື້ອດຽວກັນ, ແລະອີກຖານໃບຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສອງ - ໃຫ້ເຮັດເປັນເນື້ອດຽວຄືກັນ. ໃນທຳນອງດຽວກັນອີກດອກຫນຶ່ງຮອງຮັບກິ່ງຂະຫນານຄູ່ທີ່ສາມ, ໃຫ້ເຮັດເປັນເນື້ອດຽວກັນ, ຈະຕ້ອງເຫມືອນກັນສຳລັບທັງຫົກກິ່ງທີ່ຍືນອອກມາຈາກຄັນຕະກຽງ. \v 22 ຖານໃບ ແລະກິ່ງເປັນເນື້ອດຽວກັບຄັນຕະກຽງທັງຫມົດ, ຕີຂື້ນຮູບເປັນເນື້ອດຽວກັນ ດ້ວຍຄຳບໍຣິສຸດ.